ປະກາດບົດລາຍງານສິ່ງແວດລ້ອມແຫ່ງຊາດປີ2014ດ້ວຍຫົວຂໍ້ “ສິ່ງແວດລ້ອມ ຊົນນະບົດ”

ປະກາດບົດລາຍງານສິ່ງແວດລ້ອມແຫ່ງຊາດປີ2014ດ້ວຍຫົວຂໍ້ “ສິ່ງແວດລ້ອມ ຊົນນະບົດ” - ảnh 1
ພິທີປະກາດ​ບົດ​ລາຍ​ງານ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດປີ2014
ດ້ວຍ​ຫົວ​ຂໍ້“ສິ່ງ​ແວດ​ລ້ອມ​ຊົນນະບົດ”
(ພາບ: laodong.com.vn)

(vovworld) –  ວັນ​ທີ 24/6, ຢູ່ ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ບົດ​ລາຍ​ງານສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ປີ 2014 ດ້ວຍ​ຫົວ​ຂໍ້​ວ່າ: “ສິ່ງ​ແວດ​ລ້ອມ​ຊົນນະບົດ”. ​ເພື່ອ​ແນ​ໃສ່​​ແນະນຳ​ໂດຍ​ສັງ​
ເຂ​ບ ກ່ຽວ​ກັບ​ສະພາບ​​ແວດ​ລ້ອມ​ຢູ່​ເຂດຊົນ​ນະບົດ ຫວຽດນາມ ​ໃນ 5 ປີຜ່ານມາ. ບົດ​ລາຍ​ງານ​ໄດ້​ຕີ​ລາຄາ ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ປົກປັກຮັກສາສິ່ງ​ແວດ​ລ້ອມຢູ່​ຊົນນະບົດ, ​ສະ​ເໜີ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຄຸ້ມ​ຄອງ; ຄວບ​ຄຸມ,​ຫຼຸດຜ່ອນ​ມົນ​ລະ​ພິດ; ປັບປຸງ​, ຍົກ​ສູງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມຢູ່​​ເຂດຊົນນະບົດ ເທື່ອ​ລະ​ກ້າວ ​ແລະ ຮັບປະກັນ​ບັນດາ​ຄາດໝາຍກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ ຫວຽດນາມ.

            67% ຈຳນວນ​ພົນລະ​ເມືອງ​ຫວຽດນາມ​ ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ ພວມ​ປະສົບ​ກັບ​ຄວາມດັນ​ຈາກ​ການ​ຜະລິດ ​ແລະ ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ, ພ້ອມ​ທັງ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ການ​ເຄື່ອນ​ໄຫວ ​ແລະ ​ ​ມົນ​ລະ​ພິດ​ໂດຍ​ເຂດ​ອຸດສາຫະກຳ ​ແລະ ​ເຂດ​ຕົວ​ເມືອງ​ຢູ່​ອ້ອມ​ກໍ່​ຂຶ້ນ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ​ທ້ອງ​ຖີ່​ນຕ່າງໆ​ ຄວນ​ສຸມ​ໃສ່​ຊີ້​ນຳ ​ແລະ ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ​, ເພື່ອ​ແນ​ໃສ່ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ; ຄວບ​ຄຸມ; ຫຼຸດ​ຜ່ອນ​ມົນ​ລະ​ພິດ; ປັບປຸງ, ຍົກ​ສູງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ​ເທື່ອ​ລະ​ກ້າວ, ຮັບປະກັນ​ບັນດາ​ຄາດໝາຍກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ