ປະກາດບົດລາຍງານເສດຖະກິດປະຈຳປີເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2022

(VOVWORLD) -ບົດລາຍງານດັ່ງກ່າວມີຫົວຂໍ້ວ່າ “ຫັນປ່ຽນຮູບແບບການພັດທະນາ ແລະ ການວາງແຜນຮ່ວມກັນ”
ປະກາດບົດລາຍງານເສດຖະກິດປະຈຳປີເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2022 - ảnh 1ທ່ານ ຟ້າມເຕິນກົງ, ປະທານ VCCI ກ່າວຄຳເຫັນທີ່ພິທີປະກາດ
(ພາບ: TTXVN)

ວັນທີ 01 ສິງຫາ, ຢູ່ນະຄອນ ເກິນເທີ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດພິທີປະກາດບົດລາຍງານເສດຖະກິດປະຈຳປີເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2022 (AMDER 2022). ບົດລາຍງານດັ່ງກ່າວມີຫົວຂໍ້ວ່າ “ຫັນປ່ຽນຮູບແບບການພັດທະນາ ແລະ ການວາງແຜນຮ່ວມກັນ” ສຸມໃສ່ຄົ້ນຄວ້າຮູບແບບການຫັນປ່ຽນກະສິກຳ, ຕີລາຄາຜົນກະທົບຂອງການວາງແຜນຮ່ວມກັນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

        ບົດລາຍງານປະຈຳປີໄດ້ສ້າງຕາມໂຄງປະກອບຄື: ການສັງລວມກ່ຽວກັບເສດຖະກິດໂລກ ແລະ ພາຍໃນປະເທດ; ອັບເດດເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເປົ້າໝາຍເຂດລວບລວມບາງຫົວຂໍ້ໂດຍມີການຄັດເລືອກ, ຈຸດພົ້ນເດັນໃຫຍ່ທີ່ສຸດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນໄລຍະ 2 ປີ 2020 – 2021 ແມ່ນກະສິກຳ. ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ເກີດຂຶ້ນໃນປີ 2021, ຂົງເຂດກະສິກຳຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຍັງບັນລຸການເຕີບໂຕຢ່າງແຮງ (3,4%), ສູງກວ່າຫຼາຍເມື່ອທຽບໃສ່ການຄິດໄລ່ທົ່ວໄປໃນທົ່ວປະເທດ. ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ສວມບົດບາດຫຼັກແຫຼ່ງໃນການຮັກສາ ສ່ວນເກີນການຄ້າໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ