ປະກາດບົດລາຍງານແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ

ປະກາດບົດລາຍງານແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ - ảnh 1
ທ່ານ​ນາງ Ritsu Nacken, ຜູ້​ຮັກສາ​ຫົວໜ້າກອງ​ທຶນ​
ປະຊາກອນ ​ສປຊ ກ່າວຄຳເຫັນທີ່ພິທີ
(ພາບ:tcnn.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 29/6, ຢູ່ ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ ​ແລະ ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ (UNFPA)​ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ ຄັ້ງ​ທີ 1. ທີ່​ພິທີ​ປະກາດ, ທ່ານ​ນາງ Ritsu Nacken, ຜູ້​ຮັກສາ​ການຫົວໜ້າກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ ຖື​ວ່າ: ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ “ພົນລະ​ເມືອງ​ໜຸ່ມ​ແໜ້ນ” ດ້ວຍ​ອັດ​ຕາສ່ວ​ນຊາວ​ໜຸ່ມ​ສູງ​ກວ່າ​ໝູ່​ໃນ​ປະຫວັດສາດ, ກວມ​ເອົາ 27,7% ພົນລະ​ເມືອງ​ທົ່ວ​ປະ​ເທດ. ນີ້​ແມ່ນ​ກາລະໂອກາດຊຸກຍູ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ຫວຽດນາມ. ທ່ານ​ນາງ Ritsu Nacken ຖື​ວ່າ:

          “ຖ້າຫາກພວກ​ເຮົາບໍ່​ລົງທຶນ​ໃຫ້​ຊາວ​ໜຸ່ມນັບ​ແຕ່​​ໄລຍະປະຈຸ​ບັນນີ້,​ ມັນ​ກໍ​ຈະ​ສ້າງ​​ເປັນສັງຄົມ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງຊາວ​ໜຸ່ມ. ພວກ​ເຮົາ​ຄວນ​ພິຈາລະນາ​ບັນດາ​ນະ​ໂຍບາຍ​ທີ່​ມີ​ຜົນ​ກະທົບ​ເຖິງ​ຊາວ​ໜຸ່ມ​ຢູ່​ທຸກ​ຂັ້ນ ​ແລະ ສ້າງ​ບັນດາ​ມາດ​ຕະການ​ລະຫວ່າງ​ຂະ​ແໜງ​ການ. ບັນດາ​ມາດ​ຕະການ​ນີ້​ຕ້ອງ​ໄດ້​ຮັບ​ການ​ລົງທຶນ​ຈາກແຫຼ່ງກຳລັງຢ່າງ​ຄົບ​ຖ້ວນ ​ແລະ ມີ​ກົນ​ໄກ​ຮັບປະກັນ​ຄວາມ​ຮັບຜິດຊອບ​ອະພິ​ປາຍ ​ເພື່ອ​ໃຫ້​ບັນດາ​ໂຄງການ ​ແລະ ນະ​ໂຍບາຍ​ທີ່ສະຫງວນ​ໃຫ້​​ແກ່ຊາວ​ໜຸ່ມ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ.”

ຂ່າວ/ບົດ​ອື່ນ