ປະກາດບົດລາຍງານໂດຍສັງເຂບຕະຫຼາດການເງິນຫວຽດນາມປີ2015

ປະກາດບົດລາຍງານໂດຍສັງເຂບຕະຫຼາດການເງິນຫວຽດນາມປີ2015 - ảnh 1
(ພາບ​ປະ​ກອບ)

(vovworld)- ປີ 2015, ຫວຽດ​ນາມ​ ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຊ້ອນ, ທັງ​ຄວບ​ຄຸມ​ໄພເງິນ​ເຟີ້ (0,63%) ແລະ ຮັກ​ສລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ. ປີ 2016, ຄາດ​ຄະ​ເນ​ການເຕີບ​ໂຕ​ເສດ​ຖະ​ກິດ ບັນ​ລຸ​ປະ​ມານ 6,7-6,8%, ພຽງ​ແຕ່​​ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ(CPI) ​ມີພຽງ 3-3,5%. ນີ້​ແມ່ນ​ບາງ​ຂໍ້​ມູນ ​ຍົກ​ອອກ​ຢູ່ກອງ​ປະ​ຊຸມ​ປະ​ກາດ​​ບົດ​ລາຍ​ງານໂດຍ​ສັງ​ເຂບຕະຫຼາດ​ການ​ເງິນ ປີ 2015, ໂດຍ​ຄະ​ນະ​ກຳ​ມະ​ການຕິດ​ຕາມກວດ​ກາ​ການ​ເງິນແຫ່ງ​ຊາດ ດຳ​ເນີນ​​ໃນຕອນ​ເຊົ້າ​ວັນ​ທີ 14/3 ຢູ່​​ຮ່າ​ໂນ້ຍ. ຕາມ​ການ​ລາຍ​ງານ, ພື້ນ​ຖານໂຄງ​ຮ່າງ​ການ​ເງິນ​ຫວຽດ​ນາມ​ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຕັ້ງ​ໜ້າ, ຍົກ​ສູງຈິດ​ໃຈ​​ໂປ່ງ​ໃສ, ເພີ່ມ​ທະ​ວີການຄຸ້ມ​ຄອງ​ຄວາມ​ສ່ຽງ. ປີ 2015, ມີ​ຈຳ​ນວນ​ເງິນ​ປະ​ມານ 800 ຕື້​ດົ່ງ (ທຽບເທົ່າ​ກັບ 19% GDP) ໄດ້​ສະ​ໜອງໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ ຜ່ານ​ລະ​ບົບສີນ​ເຊື່ອ​ທະ​ນາ​ຄານ, ຈຳ​ໜ່າຍ​​ໃບ​ຫຸ້ນ, ພັນ​ທະ​ບັດ ຢູ່​ຕະຫຼາດ​ແຫຼ່ງ​ທຶນຮອນ.

    ​ຕາມບົດ​ລາຍ​ງານ ກໍ່​ຊີ້​​ແຈ້ງວ່າ:​ ພື້ນ​ຖານ​ເສດ​ຖະ​ກິດ ກຳລັງປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ຄົງ​ສືບ​ຕໍ່​ເຕີບ​ໂຕ​ ສ່ວນຫຼາຍ​ແມ່ນ​ອີງ​ໃສ່ກຸ່ມ​ວິ​ສາ​ຫະ​ກິດຕ່າງ​ປະ​ເທດ; ໜີ້​ສາ​ທາ​ລະ​ນະ​ສືບ​ຕໍ່​ເພີ່ມຂື້ນ​ຢ່າງວ່ອງ​ໄວ, ​ລາຍ​ຈ່າຍ​ງົບປະ​ມານເກີນ​ດຸນ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ. ຄາດ​ຄະ​ເນ ​ປີ 2016, ລະ​ດັບ​ການ​ການ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ ສາ​ມາດ​ໄດ້​ຮັບ​ການປັບ​ປຸງ​ ຍ້ອນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ​ໄດ້​ຮັບການ​ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ​ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ຮັກ​ສາສະ​ຖຽນ​ລະ​ພາບ ສ້າງເງື່ອນ​ໄຂ​ສະ​ດວກ​; ລະ​ບົບ​ອົງ​ການສີນ​ເຊື່ອ​ມີ​ແງ່​ຫວັງຫຼາຍ​ຢ່າງ, ລວມ​ທ​ັງ​ການ​ຈ​ະ​ເລີນ​ເຕີບ​ໂຕ​ກໍ່​ຄື​ການລະ​ດົມ​ທຶນ, ຄວບ​ຄຸມ​ໜີ​້ເສຍຢູ່​ໃນ​ລະ​ດັບ​ຕ່ຳ (ຕ່ຳ​ກ່​ວາ 3%).

ຂ່າວ/ບົດ​ອື່ນ