ປະກາດບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV

(VOVWORLD) - ຜົນສຳເລັດຂອງການເລືອກຕັ້ງເປັນການສະແດງໃຫ້ເຫັນ ກຳລັງແຮງສັງລວມຂອງປະຊາຊົນ, ລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຂອງປະຊາຊົນຕໍ່ລະບອບ, ຕໍ່ພັກ, ລັດ.

ປະກາດບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV - ảnh 1ທ່ານ ເຈີນແທງເໝີນ ຮອງປະທານ ປະຈຳການສະພາເລືອກຕັ້ງແຫ່ງຊາດ 

ຕອນບ່າຍວັນທີ 10 ມິຖຸນາ ຢູ່ ຫໍສະພາແຫ່ງຊາດ ໄດ້ດຳເນີນການຖະແຫລງຂ່າວປະກາດມະຕິຂອງ ສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບໝາກຜົນການເລືອກຕັ້ງ ແລະ ບັນຊີລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ ) ຊຸດທີ XV. ຕາມນັ້ນແລ້ວ ມີ 499 ທ່ານໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ XV.

ກ່າວຄຳເຫັນໄຂການຖະແຫລງຂ່າວ, ທ່ານ ເຈີນແທງເໝີນ ຮອງປະທານ ປະຈຳການສະພາເລືອກຕັ້ງແຫ່ງຊາດ ເນັ້ນຫນັກວ່າ ການເລືອກຕັ້ງດຳເນີນໄປໃນບັນຍາກາດເບິກບານມ່ວນຊື່ນ, ປະຊາທິປະໄຕ, ສະເຫມີພາບ ຖືກຕ້ອງກັບກົດໝາຍ, ປອດໄພ, ປະຢັດ, ປະສົບຜົນສຳເລັດຢ່າງຈົບງາມ ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນທັງຊາດ ດ້ວຍຍອດຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດແມ່ນ 99,6%.

ວຽກງານບຸກຄະລາກອນໄດ້ຮັບການປະຕິບັດຢ່າງປະຊາທິປະໄຕ, ເປີດເຜີຍ, ວິທະຍາສາດ, ຖືກກັບຂັ້ນຕອນ, ການຂົນຂວາຍຫາສຽງເລືອກຕັ້ງແມ່ນປະຕິບັດຕາມກົດໝາຍ, ມີຄວາມໄຫວພິບ, ປະດິດຄິດສ້າງ, ຮັບປະກັນການປ້ອງກັນ ຕ້ານໂລກລະບາດໂຄວິດ 19. ຜົນສຳເລັດຂອງການເລືອກຕັ້ງເປັນການສະແດງໃຫ້ເຫັນ ກຳລັງແຮງສັງລວມຂອງປະຊາຊົນ, ລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຂອງປະຊາຊົນຕໍ່ລະບອບ, ຕໍ່ພັກ, ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ