ປະ​ກາດ​ບັນ​ຊີ​ລາຍ​ຊື່​ວິ​ສາ​ຫະ​ກິດ​ໄດ​້ບໍ​ລິ​ຫານ​ທີ່​​ດີທີ່​ສຸດ​ຂອງ ຫວຽດ​ນາມ ປີ 2023

(VOVWORLD) - ບັນດາ ວິສາຫະກິດໄດ້ບໍລິຫານທີ່ດີທີ່ສຸດຂອງ ຫວຽດນາມ ຈະເຂົ້າຮ່ວມເຄືອຄ່າຍວິສາຫະກິດໄດ້ບໍລິຫານທີ່ດີທີ່ສຸດທົ່ວໂລກ ທີ່ມີກ່ວາ 1300 ສະມາຊິກທີ່ມາຈາກ 46 ປະເທດໃນໂລກ .

    ວັນທີ 7 ກໍລະກົດ, Deloitte ຫວຽດນາມ ໄດ້ປະກາດ ແລະ ມອບນາມມະຍົດ ວິສາຫະກິດໄດ້ບໍລິຫານທີ່ດີທີ່ສຸດຂອງ ຫວຽດນາມ ປີ 2023 ໃຫ້ແກ່ 3 ວິສາຫະກິດເອກະຊົນ ຍ້ອນບັນດາຜົນສຳເລັດ ແລະ ການປະກອບສ່ວນທີ່ພົນເດັ່ນສຳລັບຂະແໜງອາຊີບ ກໍ່ຄືພື້ນຖານເສດຖະກິດ. ຄາດໝາຍຕີລາຄາອີງຕາມ 4 ປັດໄຈຄື: ຍຸດທະສາດການດຳເນີນທຸລະກິດ; ຄວາມສາມາດແກ່ງແຍ້ງ ແລະ ການປ່ຽນໃໝ່; ວັດທະນະທຳວິສາຫະກິດ ແລະ ຄຳໝັ້ນສັນຍາ; ການບໍລິຫານບໍລິສັດ ແລະ ການເງິນ. ປີນີ້,  3 ນາມມະຍົດດັ່ງກ່າວໄດ້ມອບໃຫ້ແກ່ ອົງການສຶກສາ ແລະ ບຳລຸງສ້າງ Apollo ຫວຽດນາມ; ບໍລິສັດປຸ້ງແຕ່ງອາຫານ ແລະ ເຂົ້າໜົມ ຟ້າມງວຽນ ຈຳຈັດ, ລະບົບສາທາລະນະສຸກ Vinmec. 

ບັນດາ ວິສາຫະກິດໄດ້ບໍລິຫານທີ່ດີທີ່ສຸດຂອງ ຫວຽດນາມ ຈະເຂົ້າຮ່ວມເຄືອຄ່າຍວິສາຫະກິດໄດ້ບໍລິຫານທີ່ດີທີ່ສຸດທົ່ວໂລກ ທີ່ມີກ່ວາ 1300 ສະມາຊິກທີ່ມາຈາກ 46 ປະເທດໃນໂລກ  ແລະ ກໍ່ຈະຖືກເຊີນເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະ ແລະ ງານລ້ຽງປະຈຳປີຂອງພາກພື້ນ ສະຫງວນໃຫ້ບັນດາວິສາຫະກິດໄດ້ບໍລິຫານທີ່ດີທີ່ສຸດຂອງ ຫວຽດນາມ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປີ 2023 ຈັດຂຶ້ນຢູ່ປະເທດໄທ ໃນວັນທີ 3 ສິງຫາທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ