ປະກາດປີທ່ອງທ່ຽວແຫ່ງຊາດປີ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ”

(VOVWORLD) -ປີທ່ອງທ່ຽວແຫ່ງຊາດ 2023 ຈະມີເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວກວ່າ 200 ເຫດການ ດ້ວຍຂອບຂະໜາດຮ່ວມສຳພັນລະຫວ່າງແຂວງ, ລະດັບຊາດ ແລະ ລະດັບສາກົນ ຖືກຈັດຂຶ້ນຢູ່ແຂວງ ບິ່ງທ້ວນ ແລະ 41 ແຂວງ, ນະຄອນໃນທົ່ວປະເທດ.
ປະກາດປີທ່ອງທ່ຽວແຫ່ງຊາດປີ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” - ảnh 1ການສະແດງສິລະປະໃນພິທີປະກາດປີທ່ອງທ່ຽວ 2023 (ພາບ: VOV)

ຕອນຄໍ່າວັນທີ 31 ທັນວາ, ພິທີປະກາດປີທ່ອງທ່ຽວແຫ່ງຊາດ 2023 ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວຕິດພັນກັບ ເຫດການນັບຖອຍຫຼັງຕ້ອນຮັບປີໃໝ່ 2023 ໄດ້ຈັດຂຶ້ນຢູ່ຖະໜົນຫງວຽນເຕິດແທ່ງ, ນະຄອນ ຟານທຽດ. ປີທ່ອງທ່ຽວແຫ່ງຊາດ 2023 ມຸ່ງໄປເຖິງຜະລິດຕະພັນສີຂຽວ, ພະລັງງານສະອາດ, ສ້າງສະພາບແວດລ້ອມເປັນມິດກັບສິ່ງແວດລ້ອມ, ປອດໄພຕໍ່ສຸຂະພາບ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ແລະ ຄຸນຄ່າປະເພນີອັນດີງາມຂອງຊາດ, ມຸ່ງໄປເຖິງພື້ນຖານເຕີບໂຕສີຂຽວ, ພັດທະນາການທ່ອງທ່ຽວ ຕິດພັນກັບບັນດາຂະແໜງເສດຖະກິດອື່ນທີ່ພັດທະນາແບບຍືນຍົງ.

ປີທ່ອງທ່ຽວແຫ່ງຊາດ 2023 ຈະມີເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວກວ່າ 200 ເຫດການ ດ້ວຍຂອບຂະໜາດຮ່ວມສຳພັນລະຫວ່າງແຂວງ, ລະດັບຊາດ ແລະ ລະດັບສາກົນ ຖືກຈັດຂຶ້ນຢູ່ແຂວງ ບິ່ງທ້ວນ ແລະ 41 ແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ