ປະກາດປື້ມຄຳປະດິດຄິດສ້າງ ຫວຽດນາມ 2017

(VOVWORLD) - ຕອນເຊົ້າວັນທີ 28 ສິງຫາ ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ກະຊວງວິທະຍາສາດເຕັກໂນໂລຊີ, ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈັດຕັ້ງພິທີປະກາດປື້ມຄຳປະດິດຄິດສ້າງ ຫວຽດນາມ ປີ 2017. 
ປະກາດປື້ມຄຳປະດິດຄິດສ້າງ ຫວຽດນາມ 2017 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບໃບຢັ້ງຢືນໃຫ້ 72 ໂຄງການ, ມາດຕະການປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຊີ

ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 72 ໂຄງການ, ມາດຕະການປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຊີ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງສູນກາງ, ພ້ອມກັບທຸກຂັ້ນ, ທຸກຂະແໜງການ ສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບວິທະຍາສາດເຕັກໂນໂລຊີ, ເອົາໃຈໃສ່ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງບັນດາລະບອບລະບຽບການອຳນວຍຄວາມສະດວກກ່ຽວກັບການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດໃຫ້ປະເທດ, ນັບທັງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ຍາມໃດກໍ່ສ້າງກຳລັງໜູນໃຫ້ການພັດທະນາຂອງສັງຄົມ. ໃນຍຸກສະໄໝຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ສະພາບການໂລກກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4, ປະເທດໃດມີກຳລັງຄວາມສາມາດປ່ຽນແປງໃໝ່, ມີຫົວຄິດປະດິດສ້າງສູງ ຈະມີກາລະໂອກາດຫລາຍຢ່າງ ເພື່ອກ້າວຂຶ້ນ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການລົງທຶນພັດທະນາວິທະຍາສາດເຕັກໂນໂລຊີ, ສະຫງວນເງື່ອນໄຂດີທີ່ສຸດ ເໝາະສົມກັບຄວາມສາມາດຂອງປະເທດ ເພື່ອໃຫ້ບັນດານັກວິທະຍາສາດເສີມຂະຫຍາຍຄວາມເກັ່ງກ້າສາມາດ, ປະດິດຄິດສ້າງ ແລະ ອຸທິດສ່ວນໃຫ້ແກ່ປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ