ປະກາດປຶ້ມປົກຂາວດານປ້ອງກັນຊາດ ຫວຽດນາມ ຢູ່ ອານເຊຣີ

(VOVWORLD) -ຕອນຄ່ຳ ວັນທີ 18 ທັນວາ ຢູ່ ນະຄອນຫຼວງ ອານເຊ, ສະຖານທູດ ແລະ ທູດທະຫານ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດງານລ້ຽງຕ້ອນຮັບເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22/12/1989 - 22/12/2019), 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944 - 22/12/2019) ຂຶ້ນຢ່າງສົມກຽດ ແລະ ແນະນຳບັນດາເນື້ອໃນຂອງປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019. 
ປະກາດປຶ້ມປົກຂາວດານປ້ອງກັນຊາດ ຫວຽດນາມ ຢູ່ ອານເຊຣີ - ảnh 1 ທ່ານ ພັນເອກ ເຢືອງດຶກທ້ວນ, ທູດທະຫານ ຫວຽດນາມ ແນະນໍາປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019 ຢູ່ພິທີ (ພາບ: TTXVN) 

ກ່າວຄຳເຫັນໄຂເຫດການນີ້, ທ່ານ ຈີ້ງເທ໊ຮູ່ງ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ອານເຊຣີ  ເນັ້ນໜັກວ່າ: ສາຍພົວພັນ ແລະ ການຮ່ວມມືປ້ອງກັນຊາດຈະສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງບັນດາປະເທດ, ຫວັງວ່າການຮ່ວມມືປ້ອງກັນຊາດລະຫວ່າງ  ຫວຽດນາມ ແລະ ອານເຊຣີ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ສ້າງເງື່ອນໄຂສະດວກເພື່ອສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນອະນາຄົດ.

ກໍ່ຢູ່ທີ່ເຫດການ, ທ່ານ ພັນເອກ ເຢືອງດຶກທ້ວນ, ທູດທະຫານ ຫວຽດນາມ ໄດ້ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019 ໂດຍຢັ້ງຢືນວ່າ ຫວຽດນາມ ເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດຂອງບັນດາປະເທດທັງໝົດຕາມຂໍ້ກຳນົດຂອງກົດໝາຍສາກົນ; ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕ, ສິດອຳນາດສານສຳລັບບັນດາເຂດທະເລຂອງຕົນຕາມກົດໝາຍສາກົນ

ຕອບກັບ

ຂ່າວ/ບົດ​ອື່ນ