ປະກາດປື້ມປົກຂຽວການພົນພັນລະຫວ່າງອີຢູ-ອາຊຽນປີ 2021

(VOVWORLD) -ອາຊຽນ ຢາກຊຸກຍູ້ການຮ່ວມມືກັບ ອີຢູ ເພື່ອແນໃສ່ປັບປຸງສັນຕິພາບຢູ່ພາກພື້ນ ແລະ ໃນທົ່ວໂລກ.
ປະກາດປື້ມປົກຂຽວການພົນພັນລະຫວ່າງອີຢູ-ອາຊຽນປີ 2021 - ảnh 1ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi
(ພາບ: TTXVN)

ວັນທີ 07 ພຶດສະພາ, ເນື່ອງໃນໂອກາດສັບປະດາສະເຫຼີມສະຫຼອງວັນເອີລົບ (09 ພຶດສະພາ), ຄະນະປະຕິບັດງານສະຫະພາບເອີລົບ (ອີຢູ) ປະຈຳອາຊຽນ ໄດ້ສົມທົບກັບຄະນະເລຂາອາຊຽນ ຈັດພິທີປະກາດປື້ມປົກຂຽວການພົວພັນລະຫວ່າງອີຢູ-ອາຊຽນ ປີ 2021. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຢືນຢັນວ່າ, ອາຊຽນ ຢາກຊຸກຍູ້ການຮ່ວມມືກັບ ອີຢູ ເພື່ອແນໃສ່ປັບປຸງສັນຕິພາບຢູ່ພາກພື້ນ ແລະ ໃນທົ່ວໂລກ. ທ່ານເລຂາທິການໃຫຍ່ອາຊຽນ ປາດຖະໜາວ່າ ອີຢູ ຈະສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນບັນດາກົນໄກໂດຍ ອາຊຽນ ນຳພາ ແລະ ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນມີເລື່ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດຕົ້ນຕໍເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບ ແລະ ຜົນປະໂຫຍດຂອງກັນ.

        ສ່ວນທ່ານເອກອັກຄະລັດຖະທູດອີຢູ ປະຈຳອາຊຽນ Igor Driesman ໃຫ້ຮູ້ວ່າ, ປີ 2021 ອີຢູ ຈະເລີ່ມໜູນຊ່ວຍບັນດາໂຄງການນະຄອນຂຽວອັດສະລິຍະອາຊຽນ ແລະ ເລີ່ມເຄື່ອນໄຫວໂຄງການໃໝ່ເພື່ອແນໃສ່ຍົກສູງກຳລັງຄວາມສາມາດຂອງອາຊຽນ ໃນການປະຕິບັດບັນດາການກະທຳມັກໃຫຍ່ໄຝ່ສູງກ່ຽວກັບອາກາດ ແລະ ຄຳໝັ້ນສັນຍາດ້ານພະລັງງານ, ພ້ອມທັງຫັນບັນດາຄຳໝັ້ນສັນຍາດັ່ງກ່າວເປັນບັນດາການກະທຳຟື້ນຟູຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ