ປະກາດປື້ມແຜນທີ່ພູມສາດ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ປະກາດປື້ມແຜນທີ່ພູມສາດ ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ແຜນທີ່ໃນປື້ມ”​ເດ້ຍ​ຢື​ໂດ່​ຂ່າວ”ຢັ້ງຢືນອະທິປະໄຕຂອງຫວຽດນາມ
(ພາບ: google.com.vn)

(vovworld) - ວັນ​ທີ 28/8, ຢູ່​ສຳນັກງານ​ໜັງສືພິມ Giac Ngo (​ແປ​ວ່າ​ຕື່ນ​ຕົວ), ນະຄອນໂຮ່ຈີ​ມິນ, ຄະນະ​ວັດທະນະທຳ​ສູນ​ກາງ ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ປື້​ມ  ”​ເດ້ຍ​ຢື​ໂດ່​ຂ່າວ” ​(​​ແຜນ​ທີ່ພູມ​ສາດ​), ທີ່​ພິມ​ຈຳໜ່າຍ​​ແຕ່​ສະ​ໄໝລາຊະວົງ  Quang Tu (1875-1908). ປື້​ມດັ່ງກ່າວ​ມີ​ແຜນ​ທີ່​ອັນ​ລະອຽດ​ຕິດ​ພ້ອມ. ​ເຊິ່ງ​ໄດ້ຮັບ​ຮູ້ວ່າ​​ເກາະ​ໄຮ້​ໜານ ​ແມ່ນ​ຊາຍ​ແດນ​ສຸດ​ທ້າຍ​ຂອງ​​ທະວີບ​ຈີນ. ພະ​ມະຫາອາຈານ Thich Trung Hau, ຫົວໜ້າ​ຄະນະ​ວັດທະນະທຳ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ຢັ້ງຢືນ​ວ່າ ປະ​ເທດ​ຊາດ ​ແລະ ພຸດທະ​ສາສະໜາ​ຍາມ​ໃດ​ກໍ່​ຕິດ​ພັນ​ນຳ​ກັນ. ດ້ວຍ​ເລື່ອງ​ປະກາດ​ເອກະສານ​ບູຮານ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ເຂດ​ນ່ານນ້ຳ​ທະ​ເລ​ຂອງ​ປະ​ເທດ​ຊາດ, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ ມີ​ທັດສະນະ​ວ່າ, ນອກຈາກ​ວຽກ​ງານ​ຮຳ່ຮຽນ​ຕາມ​ຫຼັກ​ທຳ​ມະ​ແລ້ວ, ວຽກ​ງານ​ໃດ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ປະຕິບັດ. ປື້​ມຫົວ​ນີ້​ໄດ້​ສະໜອງ​ພະຍານ​ຫຼັກ​ຖານ​ໃໝ່​ທີ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢູ່​ບັນດາ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ

ຂ່າວ/ບົດ​ອື່ນ