ປະກາດຜົນແຫ່ງການປະຕິບັດວຽກງານຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍ

(VOVWORLD) -    ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບັນດາຫົວເລື່ອງທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ ຫວຽດນາມ - ກໍາປູເຈຍ ແລະ ຂະບວນວິວັດແຫ່ງການຂີດເສັ້ນ ແລະ ປັກຫຼັກໝາຍຊາຍແດນຂອງສອງປະເທດ; ສະພາບການຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍໃນໄລຍະຈະມາເຖິງ.
ປະກາດຜົນແຫ່ງການປະຕິບັດວຽກງານຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baocantho.com.vn)

  ວັນທີ 30 ຕຸລາ, ຢູ່ນະຄອນເຫວ້, ແຂວງເທື່ອທຽວເຫວ້ຂອງຫວຽດນາມ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະພັກແຂວງເທື່ອທຽນເຫວ້ ຈັດຕັ້ງກອງປະຊຸມຝຶກອົບຮົມ, ໂຄສະນາໝາກຜົນແຫ່ງການປະຕິບັດວຽກງານການຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍ ໃຫ້ພະນັກງານ, ພາລະກອນ, ຄູອາຈານ, ນັກສຶກສາມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆ ໃນບໍລິເວນແຂວງເທື່ອທຽນເຫວ້.

     ໄປຄຽງຄູ່ກັນນັ້ນ, ບັນດາຜູ້ແທນຍັງໄດ້ຊອກຮູ້ກ່ຽວກັບເນື້ອໃນລະບຸໃນເອກະສານ, ສັນຍາ, ບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ ເຊິ່ງສອງປະເທດໄດ້ລົງນາມ; ບັນດາໝາກຜົນທີ່ບັນລຸໄດ້, ຄວາມໝາຍ, ຄວາມສໍາຄັນຂອງວຽກງານຂີດເສັ້ນ, ປັກຫຼັກໝາຍ ແລະ ຄຸ້ມຄອງຊາຍແດນ ຫວຽດນາມ - ກໍາປູເຈຍ; ບົດບາດ, ໜ້າທີ່ຂອງນັກສຶກສາໃນວຽກງານປົກປັກຮັກສາອະທິປະໄຕ, ເສັ້ນຊາຍແດນແຫ່ງຊາດ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ...


ຕອບກັບ

ຂ່າວ/ບົດ​ອື່ນ