ປະກາດມະຕິ 4 ສະບັບເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນຄັ້ງທີ 1

(VOVWORLD) -ມະຕິ 4 ສະບັບເຊິ່ງໄດ້ຮັບຮອງເອົາແມ່ນ: ມະຕິເລກທີ 43 ກ່ຽວກັບນະໂຍບາຍການເງິນ, ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ...
ປະກາດມະຕິ 4 ສະບັບເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນຄັ້ງທີ 1 - ảnh 1(ການປະຊຸມຂ່າວປະກາດມະຕິເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນ)

ຕອນບ່າຍວັນທີ 17 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂານຸການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ ໄດ້ເປັນປະທານການປະຊຸມຂ່າວປະກາດມະຕິເຊິ່ງສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນເທື່ອທີໜຶ່ງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

        ຕາມນັ້ນແລ້ວ, ມະຕິ 4 ສະບັບເຊິ່ງໄດ້ຮັບຮອງເອົາແມ່ນ: ມະຕິເລກທີ 43 ກ່ຽວກັບນະໂຍບາຍການເງິນ, ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ເພື່ອແນໃສ່ເພີ່ມທະວີຄວາມເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ແກ້ໄຂບັນດາບັນຫາຮັບປະກັນຊີວິດສັງຄົມ, ໜູນຊ່ວຍພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກ, ຮັບມືຢ່າງມີໄຫວພິບກັບສະພາບການເປັນປົກກະຕິໃໝ່.

        ຖັດຈາກນັ້ນແມ່ນມະຕິເລກທີ 44 ກ່ຽວກັບແຜນນະໂຍບາຍລົງທຶນໂຄງການກໍ່ສ້າງກິດຈະກຳເສັ້ນທາງຄວາມໄວສູງເໜືອ-ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025. ມະຕິເລກທີ 45 ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ເກິນເທີ. ມະຕິເລກທີ 46 ປະກາດໃຊ້ເພື່ອແນໃສ່ຢືນຢັນບັນດາໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມວິສາມັນເທື່ອທີ 1, ສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ