ປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມ

ປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມ - ảnh 1
ທ່ານ​ນາງ​ຕ່ອງ​ທິ​ຟອງ, ກ່າວ​ຄຳ​ເຫັນ​ນະ​ພິ​ທີ
ພາບ:baotintuc.vn

 (vovworld)-​ ​ວັນ​ທີ 27/3, ພິ​ທີ​ປະ​ກາດ​ມະ​ຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກ​ຸ່ມ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຫນຸ່ມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໂດຍ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກາດ​ໃຊ້ ຖືກ​ຈັດ​ຂຶ້ນ​ຢູ່ ຫໍ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ. ເລື່ອງ​ສ້າງ​ຕັ້ງ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫນຸ່ມ ແນ​ໃສ່​ສ້າງ​ເວ​ທີເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫນຸ່ມ​ພົບ​ປະ​ແລກ​ປ່ຽນ​, ແບ່ງ​ປັນ​ບົດ​ຮຽນ​ໃນ​ວິ​ວັດ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ່ອງ​ທິ​ຟອງ ເນັ້ນ​ຫນັກ​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ໄວ​ຫນຸ່ມ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ​ນັບ​ມື້​ນັບ​ມີ​ຄວາມ​ໝາຍ ແລະ ແທດ​ຈິງ, ດ້ວຍ​ຖາ​ນະ​ແມ່ນ​ຜູ້​ຕາງ​ຫນ້າ​ໃຫ້​ສຽງ​ເວົ້າ​ຂອງ​ພົນ​ລະ​ເມືອງ​ຫນຸ່ມ​ເຂົ້າ​ຮ່ວມ​ວິ​ວັດ​ການ​ສ້າງ​ນິ​ຕິ​ບັນ​ຍັດ, ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ.

 

 

 

ຂ່າວ/ບົດ​ອື່ນ