ປະ​ກາດ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ ແລະ ​ຖານ​ຂໍ້​ມູນ​ຂ່າວ​ສານ​ຂັ້ນ, ຄຸ້ມ​ຄອງ​ລະ​ຫັດ​ເຂດ​ປູກ​ຕົ້ນ​ໄມ້

(VOVWORLD) -ຕາມຍຸດທະສາດຫັນເປັນດີຈີຕອນແຫ່ງຊາດໂດຍນາຍົກລັດຖະມົນຕີ ອະນຸມັດໃນໄລຍະຜ່ານມາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສຸມໃສ່ຊີ້ນຳການຜັນຂະຫຍາຍກໍ່ສ້າງລະບົບພື້ນຖານດີຈີຕອນຂອງຂະແໜງເພື່ອແນໃສ່ປະຕິບັດເປົ້າໝາຍກໍ່ສ້າງພື້ນຖານກະສິກຳ “ໂປ່ງໄສ - ມີຄວາມຮັບຜິດຊອບ - ຍືນຍົງ” ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ
ປະ​ກາດ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ ແລະ ​ຖານ​ຂໍ້​ມູນ​ຂ່າວ​ສານ​ຂັ້ນ, ຄຸ້ມ​ຄອງ​ລະ​ຫັດ​ເຂດ​ປູກ​ຕົ້ນ​ໄມ້ - ảnh 1ພາບປະກອບ: nhandan.vn

ວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຕັ້ງ ພິທີປຸກລະດົມ “ຫັນ ກະສິກຳ ແລະ ພັດທະນາຊົນນະບົດເປັນດີຈີຕອນ” ແລະ ປະກາດການຜັນຂະຫຍາຍລະບົບຂໍ້ມູນຂ່າວສານ ແລະ ຖານຂໍ້ມູນຂ່າວສານຂັ້ນ, ຄຸ້ມຄອງລະຫັດເຂດປູກຕົ້ນໄມ້.

ຕາມຍຸດທະສາດຫັນເປັນດີຈີຕອນແຫ່ງຊາດໂດຍນາຍົກລັດຖະມົນຕີ ອະນຸມັດໃນໄລຍະຜ່ານມາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສຸມໃສ່ຊີ້ນຳການຜັນຂະຫຍາຍກໍ່ສ້າງລະບົບພື້ນຖານດີຈີຕອນຂອງຂະແໜງເພື່ອແນໃສ່ປະຕິບັດເປົ້າໝາຍກໍ່ສ້າງພື້ນຖານກະສິກຳ “ໂປ່ງໄສ - ມີຄວາມຮັບຜິດຊອບ - ຍືນຍົງ” ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ຕາມການຄາດຄະເນແລ້ວ, ປັດຈຸບັນ ໃນທົ່ວປະເທດ ມີເນື້ອທີ່ປູກຕົ້ນໄມ້ 4,8 ລ້ານເຮັກຕາ ລວມມີ: ຕົ້ນໄມ້ກິນໝາກ, ຜະລິດເຂົ້າສານ ແລະ ຕົ້ນໄມ້ອຸດສາຫະກຳ. ໃນນັ້ນ, ມີຫຼາຍເຂດໄດ້ສະໜອງລະຫັດກຳນົດຊື່ ເພື່ອຄວບຄຸມກວດກາສະພາບການຜະລິດ, ຄົ້ນຫາຕົ້ນກຳເນີດ, ຍົກສູງຄຸນນະພາບຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ