ປະກາດລາງວັນທົ່ວໂລກ VinFuture ສະຫງວນໃຫ້ແກ່ວິທະຍາສາດ ແລະ ເຕັກໂນໂລຊີ

(VOVWORLD) -ລາງວັນ ຈະປະກອບສ່ວນ “ສ້າງບັນດາການປ່ຽນແປງຕັ້ງຫນ້າໃນຊີວິດການເປັນຢູ່ປະຈຳວັນຂອງຊາວໂລກນັບລ້ານຄົນ ດ້ວຍການຊຸກຍູ້ການຄົ້ນຄ້ວາວິທະຍາສາດ ແລະ ການປ່ຽນແປງໃຫມ່ເຕັກໂນໂລຊີ. 

 ວັນທີ 20 ທັນວາ ກຸ່ມ Vingroup ປະກາດ ການເປີດຕົວ ກອງທຶນ VinFuture ກົງກັບວັນສາກົນແຫ່ງຄວາມສາມັກຄີມວນມະນຸດ. ນີ້ແມ່ນກອງທຶນໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງ ລາງວັນວິທະຍາສາດ ແລະ ເຕັກໂນໂລຊີສາກົນເປັນຄັ້ງທຳອິດໂດຍ ຊາວຫວຽດນາມ ເປັນຜູ້ລິເລີ່ມ. ລາງວັນ VinFuture ແມ່ນເຊີດຊູບັນດາພູມປັນຍາດີເດັ່ນ ບໍ່ຈຳແນກສັນຊາດ, ເພດໄວ ແລະ ຜູ້ທີ່ມີບັນດາກິດຈະການຄົ້ນຄ້ວາວິທະຍາສາດ, ການປະດິດຄິດສ້າງ, ການປ່ຽນແປງໃຫມ່ເຕັກໂນໂລຊີ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມຂອງມວນມະນຸດ.

ລາງວັນ ຈະປະກອບສ່ວນ “ສ້າງບັນດາການປ່ຽນແປງຕັ້ງຫນ້າໃນຊີວິດການເປັນຢູ່ປະຈຳວັນຂອງຊາວໂລກນັບລ້ານຄົນ ດ້ວຍການຊຸກຍູ້ການຄົ້ນຄ້ວາວິທະຍາສາດ ແລະ ການປ່ຽນແປງໃຫມ່ເຕັກໂນໂລຊີ. ແຕ່ລະປີ ການມອບລາງວັນດັ່ງກ່າວ ມີ 1 ລາງວັນຕົ້ນຕໍ ແລະ 3 ລາງວັນພິເສດ ລວມມູນຄ່າ ເກືອບ 4,5 ລ້ານ USD. ພິທີປະກາດຜູ້ໄດ້ຮັບລາງວັນຈະໄດ້ ຈັດຕັ້ງຂຶ້ນຢ່າງເປັນທາງການໃນເດືອນ ມັງກອນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ