ປະກາດວັດຖຸສົມບັດແຫ່ງຊາດປຶ້ມຕົ້ນສະບັບ “ເສັ້ນທາງປະຕິວັດ”

(VOVWORLD) - ເປັນຄັ້ງທຳອິດທີ່ປຶ້ມຕົ້ນສະບັບ “ເສັ້ນທາງປະຕິວັດ” ໂດຍຫໍພິພິດທະພັນປະຫວັດສາດແຫ່ງຊາດ ນຳມາແນະນຳຢ່າງກ້ວາງຂວາງທີ່ງານວາງສະແດງພິເສດ “ແສງສະຫວ່າງຈາກເສັ້ນທາງປະຕິວັດ” ຢູ່ຮ່າໂນ້ຍ ໃນວັນທີ 10 ຕຸລາ ທີ່ຈະມາເຖິງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນພິມຈຳໜ່າຍປຶ້ມ “ເສັ້ນທາງປະຕິວັດ” (1927 – 2017). 
ປະກາດວັດຖຸສົມບັດແຫ່ງຊາດປຶ້ມຕົ້ນສະບັບ “ເສັ້ນທາງປະຕິວັດ”	 - ảnh 1 ພາບປະກອບ

“ເສັ້ນທາງປະຕິວັດ” ໄດ້ພິມຈຳໜ່າຍໃນປີ 1927 ຢູ່ ກວາງໂຈ. ບັນດາບົດພິມສະບັບທຳອິດໄດ້ສົ່ງກັບເມືອປະເທດໂດຍປິດລັບໃນປີ 1930. ປະຈຸບັນ, ປຶ້ມ “ເສັ້ນທາງປະຕິວັດ” ພວມໄດ້ຮັບການຮັກສາຢູ່ຫໍພິພິດທະພັນປະຫວັດສາດແຫ່ງຊາດ ຊຶ່ງແມ່ນໜຶ່ງໃນຈຳນວນໜ້ອຍຂອງປຶ້ມຕົ້ນສະບັບທີ່ໄດ້ພິມໃນປີ 1927 ແລະ ນາຍົກລັດຖະມົນຕີ ໄດ້ຮັບຮອງເອົາເປັນວັດຖຸສົມບັດແຫ່ງຊາດຄັ້ງທຳອິດໃນປີ 2012. ປຶ້ມ “ເສັ້ນທາງປະຕິວັດ” ແມ່ນປື້ມຮວບຮວມບັນດາບົດສອນຂອງການນຳ ຫງວຽນອ໋າຍກວກ ນຳໃຊ້ເພື່ອກໍ່ສ້າງຖັນແຖວພະນັກງານປະຕິວັດໃຫ້ແກ່ ຫວຽດນາມ ແຕ່ຊຸມປີ 1925 – 1927 ຢູ່ ກວາງໂຈ (ປະເທດ ຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ