ປະກາດສ້າງຕັ້ງນະຄອນຊົງໂກງແຂວງຖ໋າຍງວຽນ

ປະກາດສ້າງຕັ້ງນະຄອນຊົງໂກງແຂວງຖ໋າຍງວຽນ - ảnh 1
ພິທີປະກາດ​ສ້າງ​ຕັ້ງ​ນະຄອນຊົງ​ໂກງ​ແຂວງ​ຖ໋າຍງວຽນ
(ພາບ:Lan Anh - TTXVN)


(vovworld) – ຕອນ​ຄຳ່​ວັນ​ທີ 1/7, ຢູ່​ແຂວງ ຖ໋າຍງວຽນ ​ໄດ້​ດຳ​ເນີນ​ພິທີ​ປະກາດ​ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ ສ້າງ​ຕັ້ງ​ນະຄອນ​ຊົງ​ໂກງ (​ແຂວງ​ ຖ໋າຍງວຽນ) ​ແລະ ສະ​ເຫຼີ​ມສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ເທດສະບານ​ຊົງ​ໂກງ (ປະຈຸ​ບັນ​ແມ່ນ​ນະຄອນ​ຊົງ​ໂກງ). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ: ​​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນຊົງ​ໂກງ ຕ້ອງ​ເປັນ​ເຈົ້າ​ການ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​​ທ້ອງ​ຖິ່ນ, ສຸມ​ໃສ່​ພັດທະນາ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ນະຄອນ, ​ແກ້​ໄຂ​ບັນດາ​ບັນຫາສັງຄົມ​ເປັນ​ຢ່າງ​ດີ, ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​​ໃນ​ລະດັບ​ສູງ​ສຸດ, ຮັບປະກັນ​ວາງແຜນ​ກຳນົດ​ສະຖາປັດຕະຍະກຳ​ນະຄອນພາກພູດ​ອຍທາງ​ທິດ​​ເໜືອ. ນະຄອນ​ກໍ​ຄວນ​ພັດທະນາ​ວັດທະນາ​ທຳ, ສັງຄົມ​ຢ່າງຮອບດ້ານ, ຍົກ​ສູງ​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ, ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນການ​ປະຕິບັດ​ໂຄງການ​ຄາດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່.

        “ສືບ​ຕໍ່​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ 4 ກ່ຽວກັບ​ການ​ສ້າງ​ພັກ ​ແລະ ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ຢ່າງ​ມີ​ປະສິດທິ​ຜົນ, ສູ້​ຊົນ​ສ້າງ​ອົງຄະ​ນະ​ພັກ ​ແລະ  ລະບົບ​ການ​ເມືອງ​ໃຫ້ປອດ​ໄສ, ໝັ້ນຄົງ, ​ເຂັ້ມ​ແຂງ, ມີ​ກຳລັງ​ຄວາມ​ສາມາດ ​ແລະ ​ກຳລັງສູ້ຮົບ. ດັດ​ດຽວ​ສະກັດ​ກັ້ນ​ຍູ້​ໄພ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ​ໃຫ້​ຖອຍ​ໄປ, ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ໃຫ້ສຳ​ເລັດ​, ​ປະກອບສ່ວນ​​ເຂົ້າໃນ​ຜົນສຳ​ເລັດ​ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ, ກະກຽມ​ໃຫ້ການ​ພັດທະນາ​ຂອງ​ຊົງໂກງ​ໃນ​ຊຸມ​ປີ​ຕໍ່​ໄປຢ່າງ​ໝັ້ນຄົງ​”.

ຂ່າວ/ບົດ​ອື່ນ