ປະ​ກາດ​ສ້າງ​ຕັ້ງ​ເຄືອ​ຄ່າຍ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຫວຽດ​ນາມ ຢູ່​ເອີ​ລົບ

(VOVWORLD) -  ເຄືອຄ່າຍ VINEU ແມ່ນອົງການປອດກຳໄລ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ແບັກແລງ ປະເທດເຢຍລະມັນ ເມື່ອວັນທີ 16 ຕຸລາ.
ປະ​ກາດ​ສ້າງ​ຕັ້ງ​ເຄືອ​ຄ່າຍ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຫວຽດ​ນາມ ຢູ່​ເອີ​ລົບ - ảnh 1

 (ພາບ: NIC)

   ພິທີປະກາດສ້າງຕັ້ງເຄືອຄ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ຢູ່ເອີລົບ ຫາກໍ່ຈັດຂຶ້ນຢູ່ ປາຣີ ປະເທດຝະລັ່ງ.  ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິຢຸງ ເປັນປະທານ, ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (ກະຊວງແຜນການ ແລະ ການລົງທຶນ) ແລະ ສະຖານທູດຫວຽດນາມ ປະຈຳຝະລັ່ງ ສົມທົບກັນຈັດຂຶ້ນ. ລາຍການຖືກຈັດຂຶ້ນ ເພື່ອແນໃສ່ຮັບຮູ້ການເຄື່ອນໄຫວຂອງ ເຄືອຄ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ (VINEU), ຢູ່ເອີລົບ ດ້ວຍຈຸດປະສົງເຕົ້າໂຮມ, ເຊື່ອມຕໍ່ນັກປັນຍາຊົນ, ຜູ້ຊ່ຽວຊານຫວຽດນາມ ເພື່ອເຂົ້າຮ່ວມການຊຸກຍູ້, ພັດທະນາບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງ ລະຫວ່າງຫວຽດນາມ ແລະ ບັນດາປະເທດເອີລົບ.

    ເຄືອຄ່າຍ VINEU ແມ່ນອົງການປອດກຳໄລ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ແບັກແລງ ປະເທດເຢຍລະມັນ ເມື່ອວັນທີ 16 ຕຸລາ ຊື່ງມີວິໄສທັດ ກາຍເປັນອົງການເຊື່ອມຕໍ່ທີ່ກວ້າງຂວາງ ຂອງປະຊາຄົມນັກປັນຍາຊົນ, ຜູ້ຊ່ຽວຊານຫວຽດນາມ ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ ຜ່ານການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ວິທະຍາສາດ ເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ