ປະກາດສຳເນົາເອກະສານກ່ຽວກັບນະໂຍບາຍວັດທະນະທຳຂອງຫວຽດນາມທີ່WorldCP

ປະກາດສຳເນົາເອກະສານກ່ຽວກັບນະໂຍບາຍວັດທະນະທຳຂອງຫວຽດນາມທີ່WorldCP - ảnh 1
ທ່ານ ​ໂຮ່​ແອ​ງຕວນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ
photo:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 5/12, ທີ່​ເວທີ​ປາ​ໄສ​ກ່ຽວ​ກັບ​ຍຸດ​ທະ​ສາດ​ອຸດສາຫະກຳ​ປະດິດ​ສ້າງຫວຽດນາມ- ບາດ​ກ້າວ​ຕໍ່​ໄປ ​ແລະ ສິ່ງ​ທ້າ​ທາຍ” ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ, ຫວຽດນາມ ​ໄດ້​ປະກາດ​ສຳ​ເນົາ​ເອກະສານ​ກ່ຽວ​ກັບ​ນະ​ໂຍບາຍ​ວັດທະນະທຳ​ຂອງ​ຫວຽດນາມ ທີ່​ສຳນັກງານ​ຖານ​ຂໍ້​ມູນ​ສາກົນ​ກ່ຽວ​ກັບ​ນະ​ໂຍບາຍ​ວັດທະນະທຳ(WorldCP). ນອກ​ນັ້ນ ກະຊວງ​ວັດທະນະທຳ,​ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ກໍ​ປະກາດ​​ແຜນ​ຮ່າງ​ຍຸດ​ທະ​ສາດ​ຂະ​ແຫນງ​ອຸດສາຫະກຳ​ປະດິດ​ສ້າງ​ຂອງ ຫວຽດນາມ. ກ່າວ​ຄຳ​ເຫັນ​​ໃນ​ໂອກ​າດນີ້, ທ່ານ ​ໂຮ່​ແອ​ງຕວນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຕີ​ລາຄາ​ສູງ​ການ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ຂອງ​ບັນດາ​ອົງການ​ສາກົນ​ເພື່ອ​​ໃຫ້​ຫວຽດນາມ ສຳ​ເລັດ​ແຜນ​ຮ່າງ​ດັ່ງກ່າວ. ທ່ານ Karsten Warnecke ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ກອງ​ທຶນ ອາຊີ - ​ເອີ​ລົບ ​(ASEF)ເນັ້ນ​ຫນັກ​ວ່າ: ASEF ພ້ອມ​ກັບ​ອົງການ​ກ່ຽວຂ້ອງ​ໄດ້​ຫນູນ​ຊ່ວຍ ​ແລະ ຮ່ວມ​ມື​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ສ້າງ ​ແລະ ສຳ​ເລັດ​ແຜນ​ຮ່າງ​ຍຸດ​ທະ​ສາດ​ຂະ​ແຫນງ​ອຸດສາຫະກຳ​ປະດິດ​ສ້າງ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ