ປະກາດຫົວໜ່ວຍໃຫ້ຄຳປຶກສາຕາງໜ້າໂຄສະນາການອຸປະຖຳໃຫ້ແກ່ Sea Games 31 ແລະ ASEAN Para Games 11

(VOVWORLD) -ຄາດວ່າ, Sea Games 31 ແລະ ASEAN Para Games 11 ຈະດຳເນີນ ນັບແຕ່ວັນທີ 21 ພະຈິກ ຫາວັນທີ 23 ທັນວາ 2021
ປະກາດຫົວໜ່ວຍໃຫ້ຄຳປຶກສາຕາງໜ້າໂຄສະນາການອຸປະຖຳໃຫ້ແກ່ Sea Games 31 ແລະ ASEAN Para Games 11 - ảnh 1ພິທີເຊັນ ແລະ ປະກາດ
(ພາບ: hanoimoi.com.vn)

ຕອນບ່າຍວັນທີ 19 ເມສາ, ຄະນະຈັດຕັ້ງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (Sea Games 31) ແລະ ງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 11 (ASEAN Para Games 11) ໄດ້ປະກາດຫົວໜ່ວຍໃຫ້ຄຳປຶກສາ, ຕາງໜ້າໂຄສະນາການອຸປະຖຳໃຫ້ແກ່ຄະນະຈັດຕັ້ງແມ່ນ ບໍລິສັດຫຸ້ນສ່ວນເນື້ອໃນດີຈີຕອນຫວຽດ (Vietcontent). ທ່ານ ເຈິ່ງດຶກເຟື໊ນ, ຮອງຫົວໜ້າກົມໃຫຍ່ຮັບຜິດຂອບກົມໃຫຍ່ກິລາກາຍຍະກຳຫວຽດນາມ, ໃຫ້ຮູ້ວ່າ:

        “ພິທີເຊັນ ແລະ ປະກາດຫົວໜ່ວຍເຄື່ອນໄຫວການໂຄສະໜາໃຫ້ແກ່ Sea Games 31 ແລະ ASEAN Para Games 11 ແມ່ນເຫດການສຳຄັນໃນວິວັດທະນາການກະກຽມ ແລະ ຈັດຕັ້ງ 2 ງານດັ່ງກ່າວ. ພວກຂ້າພະເຈົ້າໄດ້ຕີລາຄາສູງເລື່ອງ Vietcontent ໄດ້ມີແຜນການໂຄສະນາ, ຂົນຂວາຍການອຸປະຖຳທີ່ມີແບບແຜນ, ລະອຽດ, ມີຄວາມເປັນໄປໄດ້ສູງ ຮັບປະກັນເປົ້າໝາຍ ແລະ ປະສິດທິຜົນເຊິ່ງຄະນະຈັດຕັ້ງໄດ້ວາງອອກ”.

        ຄາດວ່າ, Sea Games 31 ແລະ ASEAN Para Games 11 ຈະດຳເນີນ ນັບແຕ່ວັນທີ 21 ພະຈິກ ຫາວັນທີ 23 ທັນວາ 2021, ໃນນັ້ນຮ່າໂນ້ຍ ແມ່ນສະຖານທີ່ຮັບຈັດຕັ້ງຕົ້ນຕໍ ພ້ອມກັບບັນດາທ້ອງຖິ່ນອື່ນຄື: ບັ໊ກນິງ, ຫາຍຟ່ອງ, ກວາງນິງ, ຟູ໊ທໍ້, ຮ່ານາມ…

ຕອບກັບ

ຂ່າວ/ບົດ​ອື່ນ