ປະ​ກາດ​ຮູບ​ແບບ Startup ໄລ​ຍະ 2022 – 2025

(VOVWORLD) -ໄລຍະ 2022 – 2025, ຮູບແບບ Startup ຈະສຸມໃສ່ໜູນຊ່ວຍບັນດາ Startup ກ່ຽວກັບເຕັກໂນໂລຢີໃຫ້ແກ່ຂົງເຂດການແພດ ແລະ ການສຶກສາຢູ່ຮ່າໂນ້ຍ. ຮູບແບບນີ້ໄດ້ກຽມພ້ອມການທະວີຄູນໃນວິໄສທັດຮອດປີ 2030 ເພື່ອອາດຈະມີຫຼາຍ Startup ກ່ວາອີກ.
ປະ​ກາດ​ຮູບ​ແບບ Startup ໄລ​ຍະ 2022 – 2025 - ảnh 1ພິທີປະກາດຮູບແບບ Startup ໄລຍະ 2022 - 2025 ແລະ Kick-off ໂຄງການເລີ່ມຕົ້ນໃນປີ 2022

ພິທີປະກາດຮູບແບບ Startup ໄລຍະ 2022 - 2025 ແລະ Kick-off ໂຄງການເລີ່ມຕົ້ນໃນປີ 2022 ໄດ້ດຳເນີນໃນຕອນເຊົ້າວັນທີ 31 ມີນາ ຢູ່ຮ່າໂນ້ຍ ດ້ວຍການຮ່ວມເດີນທາງ ຂອງ 20 ນັກລົງທຶນ, ຄູ່ຮ່ວມມືຍຸດທະສາດ. ຮູບແບບ Startup ໄດ້ເລີ່ມມາຈາກແນວຄິດ ຂອງ Sun* Startups - ເຊິ່ງແມ່ນ Startup Studio ຂຶ້ນກັບ ກຸ່ມບໍລິສັດ Sun Asterisk ຫວຽດນາມ.  

ແຕ່ລະ Startup ທີ່ຄັດເລືອກໃຫ້ເຂົ້າຮ່ວມໂຄງການຈະໄດ້ຮັບບ້ວງເງິນລົງທຶນ “ເພີ່ມກຳລັງເບື້ອງຕົ້ນ” (ຖ້າມີຄວາມການຕ້ອງການ) ຕາມຄຳໝັ້ນສັນຍາຢ່າງຈະຫນ້ອຍສຸດແມ່ນແຕ່ 20.000 – 60.000 USD. ນອກຈາກນັ້ນ, ບັນດາ Startup ຍັງຈະໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກບັນດາຄູ່ຮ່ວມມືໃຫຍ່ຂອງໂຄງການຄື: ບ້ວງເງິນໜູນຊ່ວຍພື້ນຖານເຕັກໂນໂລຢີທີ່ມີມູນຄ່າຂຶ້ນເຖິງ 10.000 USD ຈາກບັນດາບໍລິສັດເຕັກໂນໂລຢີໃຫຍ່, ບ້ວງເງິນໜູນຊ່ວຍດ້ານສື່ມວນຊົນ, ການຮັບສະໝັກພະນັກງານ, ໃຫ້ຄຳປຶກສາດ້ານນິຕິກຳ, ບຳລຸງສ້າງ…

ໄລຍະ 2022 – 2025, ຮູບແບບ Startup ຈະສຸມໃສ່ໜູນຊ່ວຍບັນດາ Startup ກ່ຽວກັບເຕັກໂນໂລຢີໃຫ້ແກ່ຂົງເຂດການແພດ ແລະ ການສຶກສາຢູ່ຮ່າໂນ້ຍ. ຮູບແບບນີ້ໄດ້ກຽມພ້ອມການທະວີຄູນໃນວິໄສທັດຮອດປີ 2030 ເພື່ອອາດຈະມີຫຼາຍ Startup ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ