ປະກາດໂລໂກປີອາຊຽນ 2020 ຢ່າງເປັນທາງການ

(VOVWORLD) -ວັນທີ 03 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ປະກາດໂລໂກປີອາຊຽນ 2020 ຢ່າງເປັນທາງການ.
ປະກາດໂລໂກປີອາຊຽນ 2020 ຢ່າງເປັນທາງການ - ảnh 1(ໂລໂກປີອາຊຽນ 2020)

ຕາມນັ້ນແລ້ວ, ແບບທີ່ໄດ້ເລືອກແມ່ນຂອງທ່ານ ຟ້າມຫງອັກເທືອງ (ແຂວງລອງອານ). ໂລໂກໄດ້ອອກແບບດ້ວຍຮູບດອກບົວ - ເຊິ່ງແມ່ນດອກໄມ້ປະຈຳຊາດຂອງປະເທດຫວຽດນາມ. ດອກບົວທີ່ອອກແບບຢູ່ໃນໂລໂກອາຊຽນ 2020 ມີກີບ 3 ກີບດ້ວຍຫຼາຍສີ ເຊິ່ງເປັນສັນຍາລັກໃຫ້ແກ່ 3 ເສົາຄ້ຳຂອງປະຊາຄົມອາຊຽນ ຖືກຈັດລຽງໄປທິດດຽວກັນ, ເປັນສັນຍາລັກໃຫ້ແກ່ຄວາມສະໜິດຕິດພັນຂອງອາຊຽນ ໃນການຍາດແຍ່ງກາລະໂອກາດ, ຮັບມືກັບສິ່ງທ້າທາຍ. ຢູ່ໃຈກາງຂອງໂລໂກແມ່ນສັນຍາລັກອາຊຽນ ແລະ ມີຮູບນົກພວມບິນຂຶ້ນໄປອ້ອມສັນຍາລັກອາຊຽນ ປຽບເໝືອນເຮືອພວມມຸ່ງໄປທາງໜ້າ ນຳປະຊາຄົມອາຊຽນ ກ້າວໄປເຖິງການເຕີບໂຕແບບຍືນຍົງ, ເຊື່ອມຕໍ່ ແລະ ເຊື່ອມໂຍງເພື່ອຄວາມວັດທະນາຖາວອນລວມ.

          ໂລໂກອາຊຽນ 2020 ແມ່ນສະແດງໃຫ້ເຫັນ 2 ເນື້ອໃນທີ່ວ່າ: “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” (Cohesive and Responsive).

ຕອບກັບ

ຂ່າວ/ບົດ​ອື່ນ