ປະກາດໃຊ້ຄຳສັ່ງເລກທີ51ກ່ຽວກັບການຊີ້ນຳນຳພາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14

ປະກາດໃຊ້ຄຳສັ່ງເລກທີ51ກ່ຽວກັບການຊີ້ນຳນຳພາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14 - ảnh 1
(ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິ
ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ)

(vovworld) – ​ ​ ວັນ​ທີ 04/01/2016, ຕາງໜ້າ​ກົມ​ການ​ເມືອງ, ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ເຊັນ​ປະກາດ​ໃຊ້​ຄຳ​ສັ່ງ​ເລກທີ 51 - ການ​ເມືອງ/ສູນ​ກາງ ກ່ຽວ​ກັບ​ການ​ຊີ້​ນຳ​ນຳພາ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຄາດ​ຄະ​ເນວ່າ ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 22/05/2016. ຄຳ​ສັ່ງ​ຊີ້​ແຈ້ງວ່າ: ນີ້​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ​ຂອງ​ປະ​ເທດ​ຊາດ. ຍ້ອນ​ເຫດ​ນັ້ນ, ການ​ເລືອກ​ເຟັ້ນ, ​ເລືອກ​ຕັ້ງ​ຜູ້​ທີ່​ດີ​ເດັ່ນ​ທັງ​ມີ​ຄຸນສົມບັດທັງ​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ສົມ​ກັບ​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​​ໃນ​ອາຍຸ​ການ​ໃໝ່ ​ແມ່ນ​ຈຸດ​ສຸມ​ຂອງ​ທົ່ວ​ພັກ, ທົ່ວ​ປວງຊົນ, ທົ່ວ​ກອງທັບ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ