ປະ​ກາດ​ໃຊ້​ປຶ້ມ​ຄູ່​ມື​ແນ​ະ​ນຳ​ ການຈັດ​ຕັ້ງ​ປະ​ຕິ​ບັດການ​ແຍກ​ຕົວ​​ທາງ​ການ​ແພດ​ຢູ່ເຂດ​ທີ່​ເກີດ​ໂລກ​ລະ​ບາດ Covid – 19

(VOVWORLD) -ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ກະຊວງສາທາລະນະສຸກຫວຽດນາມ ຫາກໍ່ປະກາດ “ປຶ້ມຄູ່ມືແນະນຳການຈັດຕັ້ງປະຕິບັດການແຍກຕົວທາງການແພດຢູ່ເຂດທີ່ເກີດໂລກລະບາດ Covid – 19”. 

ນີ້ແມ່ນເອກະສານແນະນຳໄດ້ນຳໃຊ້ໃນທົ່ວປະເທດ, ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດໃນປີ 2007. ເປົ້າໝາຍຂອງການແນະນຳເພື່ອແນໃສ່  ຂີດແບ່ງເຂດ, ແຍກຕົວທາງການແພດຢູູູ່່່ເຂດເກີດໂລກລະບາດທັງໝົດ, ດັບມອດໂລກລະບາດຢ່າງເຖິງຖອງ, ບໍ່ປະໃຫ້ແຜ່ລະບາດໄປຍັງທ້ອງຖິ່ນຕ່າງໆ. ປຶ້ມຄູ່ມືກໍ່ໄດ້ແນະນຳກ່ຽວກັບການເຄື່ອນໄຫວໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ຢູ່ໃນເຂດແຍກຕົວ, ການເຄື່ອນໄຫວແກ້ໄຂບັນຫາສິ່ງແວດລ້ອມ, ຂ້າເຊື້ອຢູ່ເຂດເກີດໂລກລະບາດສຳລັບຄອບຄົວທີ່ມີຜູ້ຕິດເຊື້ອພະຍາດ Covid – 19, ຄອບຄົວອ້ອມຂ້າງ, ຄອບຄົວທີ່ມີຜູ້ສົງໄສຕິດເຊື້ອ, ການເຄື່ອນໄຫວກວດພະຍາດ, ປິ່ນປົວແລະດູແລສຸຂະພາບໃຫ້ແກ່ປະຊາຊົນຢູ່ເຂດແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ