ປະກາດໃຊ້ລະບຽບການ ບໍລິຫານການເຄື່ອນໄຫວ ຢູ່ດ່ານຊາຍແດນທາງບົກ ວັນສຸກ ທີ 26 ກໍລະກົດ ຄ.ສ. 2013 | 12:52:17 (ພາບປະກອບ:xa luan.com) (vovworld)- ວັນທີ 25/7, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການປະກາດໃຊ້ລະບຽບການບໍລິຫານາການເຄື່ອນໄຫວຢູ່ດ່ານຊາຍແດນທາງບົກ ຊື່ງຈະຖືກນຳໃຊ້ຢູ່ບັນດາກ່ານສາກົນ ແລະ ດ່ານແຫ່ງຊາດ ທາງບົກ. ຕາມນັ້ນແລ້ວ, ຄະນະຄຸ້ມຄອງດ່ານສົມທົບກັບອົງການຄຸ້ມຄອງດ່ານ ແລະ ບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດທີ່ມີດ່ານຊາຍແດນຕິດກັບຫວຽດນາມ ຈັດການປະຊຸມນັດສາມັນ ແລະ ວິສາມັນລະຫວ່າງຄະນະຄຸ້ມຄອງດ່ານຂອງຫວຽດນາມ ແລະ ອົງການຄຸ້ມຄອງດ່ານຂອງປະເທດມີເສັ້ນຊາຍແດນລວມ. ສອງຝ່າຍພ້ອມກັນແລກປ່ຽນຄວາມເຫັນເພື່ອເປັນເອກະພາບກ່ຽວກັບວຽກງານຄຸ້ມຄອງດ່ານ ແລະ ຄຸ້ມຄອງບັນດາລະບຽບການຂອງແຕ່ລະປະເທດ, ແກ້ໄຂບັນດາຂໍ້ຕິດຂັດເກີດຂຶ້ນໃນການເຄື່ອນໄຫວຂາອອກຂາເຂົ້າສິນຄ້າ, ມະນຸດ ແລະ ພາຫະນະຄົມມະນາຄົມຂົນສົ່ງຜ່ານຊາຍແດນຢ່າງທັນການ. ລະບຽບການນີ້ກໍ່ເພື່ອແນໃສ່ຮັງປະກັນໃຫ້ອົງການຄຸ້ມຄອງດ່ານ ແລະ ບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດທີ່ມີດ່ານເຂດຊາຍແດນຕິດກັບຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາ, ລະບຽບການສາກົນຊື່ງຫວຽດນາມ ແລະ ປະເທດມີເສັ້ນຊາຍແດນລວມໄດ້ເຂົ້າຮ່ວມການລົງນາມ ຫລືເຂົ້າເປັນສະມາຊິກ. ຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 1/10/2013 ເປັນຕົ້ນໄປ. Tag ດ່ານຊາຍແດນ ຂ່າວ/ບົດອື່ນ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງສານເອົາໃຈໃສ່ເປັນພິເສດ ແລະ ສືບຕໍ່ຊຸກຍູ້ການຫັນເປັນດິຈິຕອນ ກອງປະຊຸມສັນຕິພາບ ສຳລັບ ຢູແກຼນ: ທັດສະນະຂອງບັນດາປະເທດກ່ຽວກັບການເຂົ້າຮ່ວມຂອງ ລັດເຊຍ ໃນການເຈລະຈາ ສັນຕິພາບ ຫວຽດນາມ ນຳໜ້າ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການດຶງດູດນັກລົງທຶນໃນໄລຍະຍາວ ຕຳຫຼວດ ຫວຽດນາມ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອເດັກຢູ່ ຊູດັງໃຕ້
ກອງປະຊຸມສັນຕິພາບ ສຳລັບ ຢູແກຼນ: ທັດສະນະຂອງບັນດາປະເທດກ່ຽວກັບການເຂົ້າຮ່ວມຂອງ ລັດເຊຍ ໃນການເຈລະຈາ ສັນຕິພາບ
ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ
ນະຄອນ ໂຮ່ຈີມິນ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ