ປະກາດໃຊ້ລະບຽບການເຮັດວຽກຂອງຄະນະຊີ້ນຳແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ

ປະກາດໃຊ້ລະບຽບການເຮັດວຽກຂອງຄະນະຊີ້ນຳແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ - ảnh 1
ລະເບີດບໍ່ທັນແຕກພາຍຫຼັງສົງຄາມ
(ພາບ: ອີນເຕີເນັດ)

(vovworld) – ທ່ານ​ນາຍົກ​ລັດຖະມົນຕີ Nguyen Tan Dung, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​​ຊາດ​ກ່ຽວ​ກັບ “​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງຈາກ​​ລະ​ເບີດບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ” (​ເຊິ່ງ​ເອີ້ນ​ຫຍໍ້ວ່າ ຄະນະ​ຊີ້​ນຳ 504) ​ໄດ້​ປະກາດ​ໃຊ້​​ລະບຽບ​ການ​ເຮັດ​ວຽກ​ຂອງ​ຄະນະ​ຊີ້​ນຳ. ຕາມ​ນັ້ນ​ແລ້ວ, 6 ​ເດືອ​ນ​ເທື່ອ 1, ຄະນະ​ຊີ້​ນຳ​ຈະ​ຈັດ​ຕັ້ງ​ການ​ກວດກາ​ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເຊັນ​ອະນຸມັດ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ບໍ​ທັນ​ແຕກພາຍຫຼັງ​ສົງຄາມ​ຢູ່​​ກະຊວງ, ຂະ​ແໜງ​ການ, ທ້​ອງຖິ່ນ​ຕ່າງໆ. ຄະນະ​ຊີ້​ນຳ 504ມີ ໜ້າ​ທີ່​ຄົ້ນ​ຄ້ວາ, ສະ​ເໜີ​ກັບ​ນາຍົກລັດຖະມົນຕີທິດທາງ, ມາດ​ຕະການ​ເພື່ອ​ມີ​ຍຸດ​ທະ​ສາດ​ລະດົມ, ຂົນຂວາ​ຍການ​ອຸປະຖຳ ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​​ລະ​ເບີດ​ບໍ່​ທັນ​ແຕກພາຍຫຼັງ​ສົງຄາມ​ຢູ່​ຫວຽດນາມ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ