ປະ​ກາດ​ໝາກ​ຜົນ​ຂອງ​ການ​ສືບ​ສວນ​ເບື້ອງ​ຕົ້ນ ເຫດ​ເຮືອ​ບິນ​ຂອງ Singapore Airlines ປະ​ສົບ​ສະ​ພາບ​ການ​ອາ​ກາດ​ແປ​ປວນຮ້າຍ​ແຮງ

(VOVWORLD) - ບົດລາຍງານໂດຍອົງການສືບສວນຄວາມປອດໄພໃນການຂົນສົ່ງຂອງ ສິງກະໂປ ໃຫ້ຮູ້ວ່າ ເຮືອບິນໝາຍເລກ SQ321 ໄດ້ຖືກປ່ຽນແປງການຖ່ວງນ້ຳໜັກກະທັນຫັນ.
ປະ​ກາດ​ໝາກ​ຜົນ​ຂອງ​ການ​ສືບ​ສວນ​ເບື້ອງ​ຕົ້ນ ເຫດ​ເຮືອ​ບິນ​ຂອງ Singapore Airlines ປະ​ສົບ​ສະ​ພາບ​ການ​ອາ​ກາດ​ແປ​ປວນຮ້າຍ​ແຮງ - ảnh 1ພາບປະກອບ: AFP/TTXVN

ໝາກຜົນຂອງການສືບສວນເບື້ອງຕົ້ນກ່ຽວກັບເຫດເຮືອບິນຂອງບໍລິສັດການບິນ Singapore Airlines ຕ້ອງລົງຈອດສຸກເສີນຢູ່ ບາງກອກ (ໄທ) ໃນວັນທີ 24 ພຶດສະພາ, ສາມາດກຳນົດໄດ້ສາຍເຫດທີ່ເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນ ຖືກຮັບບາດເຈັບ ແມ່ນຍ້ອນການປ່ຽນແປງການຖ່ວງນ້ຳໜັກຂອງເຮືອບິນ ຢ່າງກະທັນຫັນ. ບົດລາຍງານໂດຍອົງການສືບສວນຄວາມປອດໄພໃນການຂົນສົ່ງຂອງ ສິງກະໂປ ໃຫ້ຮູ້ວ່າ ເຮືອບິນໝາຍເລກ SQ321 ໄດ້ຖືກປ່ຽນແປງການຖ່ວງນ້ຳໜັກກະທັນຫັນ.

ປັດຈຸບັນ, ມີ ຜູ້ໂດຍສານ 45 ຄົນກ່ຽວຂ້ອງເຖິງເຫດການຍັງຢູ່ ບາງກອກ, ໃນນັ້ນມີ 28 ຄົນ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ. Singapore Airlines ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ ຜູ້ເສຍຊີວິດ (1ຄົນ) ໃນເຫດການນີ້ ແລະ ໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍທຸກຄົນທີ່ຖືກຜົນສະທ້ອນຈາກອຸບັດຕິເຫດຄັ້ງນີ້. ທາງບໍລິສັດການບິນກໍ່ພວມສົມທົບກັັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງແໜ້ນແຟ້ນ ເພື່ອ ສືບສວນສາຍເຫດ ຂອງອຸບັດຕິເຫດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ບັນດາຖ້ຽວບິນ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ