ປະຈຸບັນ ວໍຊິງຕັນ ຍັງຄົງຮັກສາຂໍ້ຕົກລົງນິວເຄຼຍກັບ ອີຣານ

(VOVWORLD)  ວັນທີ 15 ຕຸລາ, ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Nikki Haley ໃຫ້ຮູ້ວ່າ:
ປະຈຸບັນ ວໍຊິງຕັນ ຍັງຄົງຮັກສາຂໍ້ຕົກລົງນິວເຄຼຍກັບ ອີຣານ - ảnh 1ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ Nikki Haley (ພາບ: THX/TTXVN) 

ປັດຈຸບັນ ປະເທດນີ້ ຈະຮັກສາຂໍ້ຕົກລົງນິວເຄຼຍ ເຊິ່ງລົງນາມໃນປີ 2015 ລະຫວ່າງ ອີຣານ ກັບກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ, ອາເມລິກາ ແລະ ເຢຍລະມັນ), ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA). ເມື່ອຕອບສຳພາດໃນລາຍການ “Meet the Press” ຂອງໂທລະພາບ NBC, ທ່ານນາງ Nikki Haley ໃຫ້ຮູ້ວ່າ: ອາເມລິກາ ຫວັງວ່າ ອາດຈະປັບປຸງສະພາບການຮັກສາຂໍ້ຕົກລົງນິວເຄຼຍ ເຊິ່ງລົງນາມໃນປີ 2015 ລະຫວ່າງ ອີຮານ ແລະ ກຸ່ມ P5+1  ແລະ ນັ້ນແມ່ນເປົ້າໝາຍຂອງ ວໍຊິງຕັນ. ທ່ານນາງ Nikki Haley ເນັ້ນໜັກວ່າ ອາເມລິກາ ຕິດຕາມກວດກາຂໍ້ຕົກລົງນິວເຄຼຍກັບ ອີຣານ ຍ້ອນຄວາມຫວັງວ່າ ອີຣານ “ບໍ່ແມ່ນ ສປປ.ເກົາຫຼີ ທີ 2” ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດທີ່ກ່ຽວຂ້ອງເຖິງໂຄງການພັດທະນາອາວຸດນິວເຄຼຍຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ