ປະຊຸມແລກປ່ຽນວຽກງານກັບບັນດາແຂວງພາກກາງ

(vovworld) - ຕອນ​ເຊົ້າ​ວັນ​ທີ 5/11, ຢູ່ ນະຄອນ Da Nang, ​ໄດ້​ດຳ​ເນີນກອງ​ປະຊຸມ​ແລກປ່ຽນ​ວຽກ​ງານ​ກັບບັນດາ​ແຂວງ​ແຄມ​ທະ​ເລ​ພາກ​ກາງ ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ​ສືບ​ຕໍ່​ຍູ້​ແຮງການ​ຮຳ່ຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ​ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ໄດ້​ສະ​ເຫ​ນີບັນດາ​ທ້ອງ​ຖິ່ນ, ຫົວຫນ່ວຍ​ຕ້ອງ​ສະຫລຸບ​ຮູບ​ການ, ວິທີ​​ໃນ​ວິວັດ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ”. ​

        ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ Ba Ria Vung Tau, ທ່ານ Ngo Van Du ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ແລກປ່ຽນ​ຄຳ​ເຫັນ​ກັບ​ບັນດາ​ແຂວງ​ທາງ​ທິດຕາ​ເວັນ​ອອກ​ພາກ​​ໃຕ້ ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບການສືບ​ຕໍ່​ຍູ້​ແຮງການ​ຮຳ່ຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ກ່າວ​ຄ​ຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ Ngo Van Du ​ໄດ້​ສະ​ເຫ​ນີບັນດາ​ທ້ອງ​ຖິ່ນ​ຄວນ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຢ່າງ​ເຂັ້ມ​ງວດ​ເພື່ອ​ປະຕິບັດ​ຄຳ​ສັ່ງ​ເລ​ກທີ 03 ຂອງ​ກົມ​ການ​ເມືອງ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ. ທ່ານ Ngo Van Du ຫົວຫນ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ໄດ້​ເນັ້ນ​ຫນັກ​ວ່າ:

“ພວກ​ຂ້າພະ​ເຈົ້າ​ສະ​ເຫ​ນີອົງການ​ພັກ, ຫົວຫນ່ວຍ​ໃນ​ຄະນະ​ປະຈຳ​ຄະນະ​ພັກ​ຂັ້ນ​ຕ່າງໆ, ​ເລຂາ​ພັກ ​ເລືອກ​ເຟັ້ນບາງ​ບັນຫາ​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ນັບ​ທັງ​ແນວ​ຄິດ, ຄຸນສົມບັດ, ບັນດາ​ຫນ້າ​ທີ່​ກ່ຽວ​ກັບ​ເສດຖະກິດ, ສັງຄົມ ​ແລະ ບັນຫາ​ອື່ນ​ທີ່​ກ່ຽວຂ້ອງ ຈາກ​ນັ້ນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ສູ້​ຊົນ, ​ແກ້​ໄຂ ​ແລະ ສ້າງການ​ຫັນປ່ຽນ, ກ້າວ​ໄປ​ເຖິງ​ການ​ແກ້​ຢ່າງ​ເດັດຂາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ”​

 

ຕອບກັບ

ຂ່າວ/ບົດ​ອື່ນ