ປະ​ຊາ​ຄົມ ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021

(VOVWORLD) -        ວັນທີ 7 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງປີໃໝ່ວົງຄະນະຍາດ ປີ ສະຫຼູ 2021 ພາຍໃຕ້ຮູບການທາງອອນລາຍ. 
ເຂົ້າຮ່ວມເຫດການນີ້ ມີພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ຫຼາຍນະຄອນຂອງ ອິນໂດເນເຊຍ, Timor Leste ພ້ອມດ້ວຍພະນັກງານ, ພາລະກອນບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອິນໂດເນເຊຍ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ປະ​ຊາ​ຄົມ ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021 - ảnh 1ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງປີໃໝ່ວົງຄະນະຍາດ ປີ ສະຫຼູ 2021 ພາຍໃຕ້ຮູບການທາງອອນລາຍ (ພາບ: ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ)
    ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ກໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ວົງຄະນະຍາດ, ຕ້ອນຮັບລະດູບານໃໝ່ປີສະຫຼູ 2021 ໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ພ້ອມດ້ວຍເພື່ອນມິດ ອົດສະຕາລີ ແລະ ສາກົນ ເປັນຈຳນວນຫຼວງຫຼາຍ.  ຍ້ອນພວມປະຕິບັດງານຢູ່ ຫວຽດນາມ, ສະນັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັ່ງ ໄດ້ກ່າວຄຳປາໄສຜ່ານຄຼິບວີດີໂອ ແລະ ຕາງໜ້າໃຫ້ການນຳພັກ, ລັດ ຫວຽດນາມ ສົ່ງຄຳອວຍພອນປີໃໝ່ອັນອົບອຸ່ນມາຍັງພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ ອາໄສຢູ່ ອົດສະຕາລີ ແລະ ແຂກຖືກເຊີນທຸກຖ້ວນໜ້າ. ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ຍ້ອນມີບັນດານະໂຍບາຍສຳຄັນ ທີ່ຫາກໍໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ.

        ໃນຊຸມມື້ນີ້, ສະຖານທູດ ຫວຽດນາມ ປະຈຳ ຕັງຊານີ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ກໍໄດ້ຈັດຕັ້ງການພົບປະສັງສັນກັບພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອີຕາລີ, ສາທາລະນະລັດ ໄຊປຣັດ ແລະ ສາທາລະນະລັດ ມານຕາ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີ ສະຫຼູ 2021 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ