ປະຊາຄົມ ອາຊຽນ: ສະຖານທູດ ບັນດາປະເທດ ອາຊຽນ ປະຈຳ ສ ເກົາຫຼີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ

(VOVWORLD) -  ໂດຍຕາງໜ້າບັນດາເອກອັກຄະລັດຖະທູດ ອາຊຽນ, ທ່ານ Long Dimanche, ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ສ. ເກົາຫຼີ ແນະນຳ ກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ ໃນຕະຫຼອດ 50 ປີຜ່ານມາ

ປະຊາຄົມ ອາຊຽນ: ສະຖານທູດ ບັນດາປະເທດ ອາຊຽນ ປະຈຳ ສ ເກົາຫຼີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມລາຍການ

(ພາບ: vietnam+)

ຕອນຄ່ຳວັນທີ 2 ພະຈິກ, ຢູ່ ໂຮງແຮມ Lotte, ທີ່ນະຄອນຫຼວງ ເຊີອູນ, ທ່ານ ຫງວຽນຫວູຕູ໋, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເກົາຫຼີ ພ້ອມກັບເອກອັກຄະລັດຖະທູດຂອງ 9 ປະເທດຂຶ້ນກັບປະຊາຄົມ ອາຊຽນ ຈັດຕັ້ງພິທີຕ້ອນຮັບແຂກ ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ດ້ວຍການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ສ. ເກົາລີ Chung Sye – kyun ແລະ ຜູ້ຕາງໜ້າຂອງຄະນະທູຕານຸທູດຢູ່ນະຄອນຫຼວງ ເຊີອູນ ເປັນຈຳນວນຫຼວງຫຼາຍ.

        ໂດຍຕາງໜ້າບັນດາເອກອັກຄະລັດຖະທູດ ອາຊຽນ, ທ່ານ Long Dimanche, ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ສ. ເກົາຫຼີ ແນະນຳ ກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ ໃນຕະຫຼອດ 50 ປີຜ່ານມາ, ເນັ້ນໜັກທີ່ຕັ້ງ ແລະ ບົດບາດສຳຄັນຂອງກຸ່ມໃນພາກພື້ນກໍ່ຄືໃນເວທີສາກົນ.

        ສ່ວນທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Chung Sye – kyun ຊີ້ແຈ້ງວ່າ ອາຊຽນ ແລະ ສ. ເກົາຫຼີ ແມ່ນບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງກັນ ແລະ ຕ້ອງເພີ່ມທະວີການຮ່ວມມືສອງຝ່າຍໃນຫຼາຍຂົງເຂດກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ