ປະຊາຄົມຊາວ ຫວຽດນາມ ປະກອບສ່ວນເງິນໃຫ້ປະຊາຊົນ ລາວ ຖືກເສຍຫາຍຍ້ອນພາຍຸ Yagi

(VOVWORLD) - ຈຳນວນເງິນແຜ່ບໍລິຈາກໄດ້ມອບໃຫ້ 500 ຄອບຄົມຢູ່ແຂວງ ຫຼວງນ້ຳທາ ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ, ນ້ຳຖ້ວມ, ແຕ່ລະຄອບຄົວແມ່ນ 1 ລ້ານກີບ.
ປະຊາຄົມຊາວ ຫວຽດນາມ ປະກອບສ່ວນເງິນໃຫ້ປະຊາຊົນ ລາວ ຖືກເສຍຫາຍຍ້ອນພາຍຸ Yagi - ảnh 1(ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຢື້ຢາມຖາມຂ່າວປະຊາຊົນ ລາວ ຖືກຜົນສະທ້ອນຍ້ອນພາຍຸ Yagi)

        ໃນວັນທີ 19 – 20 ກັນຍາ, ຄະນະປະຕິບັດງານຂອງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ພ້ອມກັບຜູ້ໃຈບຸນໃຈກຸ້ຊົນ ຫວຽດນາມ ແລະ ລາວ ໄດ້ໄປຢື້ຢາມຖາມຂ່າວ, ໜູນຊ່ວຍ ຊາວ ຫວຽດນາມ ແລະ ປະຊາຊົນ ລາວ ຖືກຜົນສະທ້ອນຍ້ອນພາຍຸ Yagi ຢູ່ ຫຼວງນ້ຳທາ, ຖືກນ້ຳຖ້ວມໃນວົງກວ້າງ.

        ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຮຽກຮ້ອງປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ ລາວ, ນັກທຸລະກິດ ຫວຽດນາມ, ພ້ອມກັບອົງການຜູ້ຕາງໜ້າ ຫວຽດນາມ ປະຈຳພາກເໜືອຂອງ ລາວ ພ້ອມກັນຮ່ວມແຮງຮ່ວມໃຈ, ໜູນຊ່ວຍ, ຊ່ວຍເຫຼືອພໍ່ແມ່ປະຊາຊົນ ຫວຽດນາມ ພວມດຳລົງຊີວິດ, ທຳມາຫາກິນຢູ່ ລາວ ແລະ ປະຊາຊົນ ລາວ ຖືກຜົນສະທ້ອນຍ້ອນພາຍຸກໍ່ຂຶ້ນ. ຈຳນວນເງິນແຜ່ບໍລິຈາກໄດ້ມອບໃຫ້ 500 ຄອບຄົມຢູ່ແຂວງ ຫຼວງນ້ຳທາ ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ, ນ້ຳຖ້ວມ, ແຕ່ລະຄອບຄົວແມ່ນ 1 ລ້ານກີບ.

ຕອບກັບ

ຂ່າວ/ບົດ​ອື່ນ