ປະຊາຄົມຊາວ ຫວຽດນາມ ຢູ່ ສ ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ

(VOVWORLD) - ປະຊາຄົມຊາວ ຫວຽດນາມ ຢູ່ ສ ເກົາຫຼີ ເສີມຂະຫຍາຍນ້ຳໃຈສາມັກຄີ, ສ້າງພາບພົດທີ່ສວຍງາມກ່ຽວກັບປະຊາຊົນ ຫວຽດນາມ ໃນສາຍຕາເພື່ອນມິດ ສ ເກົາຫຼີ
ປະຊາຄົມຊາວ ຫວຽດນາມ ຢູ່ ສ ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບພົບປະກັບບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ
(ພາບ:Vũ Dũng/ VOV)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ ເກົາຫຼີ, ຕອນບ່າຍວັນທີ 4 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພົບປະກັບບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ ເກົາຫຼີ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາການພົວພັນລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໄດ້ມີການພັດທະນາຢ່າງແຮງ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດ. ທ່ານປະທານປະເທດ ຫວັງວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ ສ ເກົາຫຼີ ເສີມຂະຫຍາຍນ້ຳໃຈສາມັກຄີ, ສ້າງພາບພົດທີ່ສວຍງາມກ່ຽວກັບປະຊາຊົນ ຫວຽດນາມ ໃນສາຍຕາເພື່ອນມິດ ສ ເກົາຫຼີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາທຸກດ້ານຂອງປະເທດຊາດ, ການພົວພັນສອງປະເທດ:

        “ບັນຫາໃຫຍ່ທີ່ສຸດແມ່ນຍົກລະດັບພູມປັນຍາຂອງຊາວ ຫວຽດນາມ ຢູ່ປະເທດພັດທະນາຄື ສ ເກົາຫຼີ, ຫາກບໍ່ພຽງແຕ່ແຮງງານທຳມະດາເທົ່ານັ້ນ, ເຖິງວ່ານີ້ກໍ່ແມ່ນບັນຫາຈຳເປັນ. ດັ່ງນັ້ນ, ໃນສະໄໝອຸດສາຫະກຳ 4.0, ບັນຫາປ່ຽນແປງໃໝ່ມີປະດິດຄິດສ້າງ, ບັນຫາການຮ່ຳຮຽນ, ແຮງງານຄຸນນະພາບສູງ ແມ່ນບັນດາບັນຫາໃຫມ່ຕ້ອງສູ້ຊົນ. ຈຳນວນນັກສຶກສາຕ້ອງເພີ່ມຂຶ້ນ, ຈຳນວນຜູ້ມີການປ່ຽນແປງໃໝ່ ປະດິດຄິດສ້າງ, start-up ຫຼາຍກ່ວາ”.

        ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີວ່າ: ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ ຄວນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ສົມທົບກັນຜັນຂະຫຍາຍປະສິດທິຜົນບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃນທຸກຂົງເຂດ.

                                                               

ຕອບກັບ

ຂ່າວ/ບົດ​ອື່ນ