ປະຊາຄົມຊາວ ຫວຽດນາມ ຢູ່ ແບນຊິກ ຊົມເຊີຍປີໃໝ່ ປີມະເສງ 2013

ປະຊາຄົມຊາວ ຫວຽດນາມ ຢູ່ ແບນຊິກ ຊົມເຊີຍປີໃໝ່ ປີມະເສງ 2013 - ảnh 1
ພາບປະກອບ

(vovworld) - ຕອນ​ຄຳ່​ວັນ​ທີ 23/2, ສະມາຄົມ​ຊາວ ຫວຽດນາມ ຢູ່ ​ແບນ​ຊິກ ​ແລະ ສະມາຄົມ​ມິດຕະພາບ ​ແບນ​ຊິກ - ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ​ສະ​ແດງສິລະ​ປະຊົມ​ເຊີຍປີ​ໃໝ່ ປີ​ມະ​ເສ​ງ 2013. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ລາຍການ​ສິລະ​ປະ​ປີ​ຕົ້ນ​ຕໍ່​ແມ່ນ​ໂດຍ​ຊາວ​ໜຸ່ມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແບນ​ຊິກ ລຸ້ນທີ 3 ຈັດ​ຕັ້ງ ​ແລະ ສະ​ແດງ. ລາຍການສະ​ແດງ​ສິລະ​ປະ​ຊົມ​ເຊີຍ​ປີ​ໃໝ່ ປີ​ມະ​ເສ​ງ 2013 ​ໄດ້​ເປີດ​ສາກ​ດ້ວຍ​ການ​ຟ້ອນ​ສິງ​ໂຕ​ໃນ​ທາມ​ກາງ​ສຽງ​ກ້ອງ​ທີ່ດັ່ງ​ກ້ອງ​ກັນ​ວານ. ບັນດາ​ລາຍການ​ຟ້​ອນສິງ​ໂຕ, ວາດ​ຟ້ອນຂອງ​ຜູ້​ສາວ​ເຂດ ​ໄຕ​ງວຽນ ພ້ອມ​ກັບ​ບັນດາ​ວາດ​ຟ້ອນ​ທີ່​ທັນສະ​ໄໝ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ ອາ​ຊີ - ​ເອີ​ລ​ົບ, ທັງ​ໝົດ​ເລົ່າ​ນັ້ນ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ແຕ່ລະ​ປີ, ສະມາຄົມ​ຊາວ ຫວຽດນາມ ຢູ່ ​ແບນ​ຊິກ ​ແລະ ສະມາຄົມ​ມິດຕະພາບ ​ແບນ​ຊິກ - ຫວຽດນາມ ລ້ວນ​ແຕ່​ຈັດ​ຕັ້ງ​ລາຍການ​ສິລະ​ປະ​ຊົມ​ເຊີຍ​ລະດູບານ​ໃໝ່, ​ທັງ​ໂຄສະນາ​ເຜິ​ຍ​ແຜ່​ວັດທະນະທຳ ຫວຽດນາມ ທັງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວົງ​ຄະນະ​ຍາດ ຊາວ ຫວຽດນາມ ຢູ່ ​ແບນ​ຊິກ ພົບ​ປະ​ສັງ​ສັນ, ອວຍພອນ​ໃຫ້​ກັນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ວຽນມາ.

ຂ່າວ/ບົດ​ອື່ນ