ປະຊາຄົມຊາວ ຫວຽດນາມ ຢູ່ປະເທດຕ່າງໆໃນໂລກຕ້ອນຮັບບຸນປີໃໝ່ປະຈຳຊາດ

(VOVWORLD) - ຢູ່ສະຫະພັນລັດເຊຍ, ໃນຕອນຄ່ຳວັນທີ 11 ກຸມພາ, ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ສົມທົບກັບບັນດາສະມາຄົມຊາວ ຫວຽດນາມ ຢູ່ນະຄອນ Ekaterinburg, ແຂວງ Svetlop, ຈັດຕັ້ງງານລ້ຽງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ປີຈໍ 2018 ດ້ວຍບັນຍາກາດທີ່ອົບອຸ່ນ.

ປະຊາຄົມຊາວ ຫວຽດນາມ ຢູ່ປະເທດຕ່າງໆໃນໂລກຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1

ທ່ານ ປອ ຫງວຽນຢູຍຍຽນ, ປະທານສູນກາງສະມາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ 

(ພາບ: Hữu Bình - Văn Huy/VOV Praha)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ 2018, ທ່ານ ປອ ຫງວຽນຢູຍຍຽນ, ປະທານສູນກາງສະມາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ ໃຫ້ຮູ້ວ່າ: ສູນກາງໄດ້ກະກຽມຢ່າງຕັ້ງໜ້າເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018 ດ້ວຍການເຕົ້າໂຮມກັນຢ່າງອົບອຸ່ນ, ມີລັກສະນະເຊື່ອມໂຍງສູງ, ພ້ອມທັງແນະນຳວັດທະນະທຳທີ່ເປັນມູນເຊື້ອກັບປະຊາຊົນປະເທດປະຈຳຖິ່ນ. ທ່ານ ປອ ຫງວຽນຢູຍຍຽນ ໃຫ້ຮູ້ວ່າ:

        “ເພື່ອໃຫ້ມີບຸນເຕັດທີ່ມີຄວາມໝາຍນັ້ນ, ບໍ່ພຽງແຕ່ ສູນກາງສະມາຄົມເທົ່ານັ້ນ ຫາກຍັງແມ່ນສະມາຊິກສະມາຄົມທັງໝົດສ້າງແຜນຮ່າງກະກຽມຢ່າງລະອຽດ, ນັບທັງກ່ຽວກັບອາຫານການກິນ ແລະ ວັດທະນະທຳ ຫວຽດນາມ ອີກດ້ວຍ. ພິເສດແມ່ນກ່ຽວກັບອາຫານການກິນນັ້ນ, ບ່ອນໃດກໍ່ມີເຂົ້າຕົ້ມ, ຫົວຜັກບົ່ວດອງ ແລະ ບັນດາເຍື່ອງອາຫານໃນບຸນເຕັດຂອງ ຫວຽດນາມ.”

        ຢູ່ສະຫະພັນລັດເຊຍ, ໃນຕອນຄ່ຳວັນທີ 11 ກຸມພາ, ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ສົມທົບກັບບັນດາສະມາຄົມຊາວ ຫວຽດນາມ ຢູ່ນະຄອນ Ekaterinburg, ແຂວງ Svetlop, ຈັດຕັ້ງງານລ້ຽງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ປີຈໍ 2018 ດ້ວຍບັນຍາກາດທີ່ອົບອຸ່ນ.

ປະຊາຄົມຊາວ ຫວຽດນາມ ຢູ່ປະເທດຕ່າງໆໃນໂລກຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 2 ບັນດາສິນຄ້າຮັບໃຊ້ບຸນເຕັດໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

(ພາບ: Hữu Bình - Văn Huy/VOV Praha)

        ກໍ່ໃນຕອນຄ່ຳວັນທີ 11 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ກໍ່ໄດ້ຈັດຕັ້ງການຕ້ອນຮັບລະດູບານໃໝ່ປີຈໍ 2018 ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ອິນເດຍ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໂຕນຊິງແທ່ງ ຢັ້ງຢືນວ່າ: ບຸນເຕັດແມ່ນວັນບຸນສຳຄັນທີ່ສຸດຢູ່ ຫວຽດນາມ ໃນຂະນະທີ່ຊ່ວງເວລານີ້ແມ່ນໄລຍະມີຄຸນຄ່າເພື່ອໃຫ້ຄອບຄົວ, ເພື່ອນມິດໄດ້ເຕົ້າໂຮມນຳກັນ.

        ໃນຂະນະນັ້ນ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ກໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ