ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະຫະພັນລັດເຊຍ ຕ້ອນຮັບປີໃໝ່ 2024

(VOVWORLD) -   ກ່ອນຈຸດເວລາຕ້ອນຮັບປີໃໝ່ປີມະໂລງ 2024, ລາຍການສະແດງສິລະປະ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ 2024” ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອອ່ວາຍໜ້າເມືອຫາບ້ານເກີດເມືອງນອນ.

ວັນທີ 24 ທັນວາ, ຢູ່ນະຄອນຫຼວງ ມົດສະກູ, ສະມາຄົມຊາວ ຫວຽດນາມ ອາໄສ ຢູ່ສະຫະພັນລັດເຊຍ ໄດ້ສົມທົບກັບຄະນະຮັບຜິດຊອບວຽກງານປະຊາຄົມ ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ, ສະມາຄົມນັກສຶກສາ ໄດ້ຈັດລາຍການສະແດງສິລະປະ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ 2024”.

        ກ່ອນຈຸດເວລາຕ້ອນຮັບປີໃໝ່ປີມະໂລງ 2024, ລາຍການສະແດງສິລະປະ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ 2024” ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອອ່ວາຍໜ້າເມືອຫາບ້ານເກີດເມືອງນອນ. ການປ່ຽນແປງທີ່ຕັ້ງໜ້າຂອງປະເທດຊາດ ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ຍາມໃດກໍ່ມານະພະຍາຍາມ ແລະ ສາມັກຄີເພື່ອຜ່ານຜ່າຄວາມຫຍຸ້ງຍາກ ເພື່ອສ້າງປະຊາຄົມທີ່ໝັ້ນຄົງເຂັ້ມແຂງ, ພ້ອມແລ້ວປະກອບສ່ວນທັງພູມປັນຍາ ແລະ ແຫຼ່ງກຳລັງເພື່ອພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ