ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ມຸ່ງໄປສູ່ທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝລັ່ງ ມຸ່ງໄປສູ່ທະເລ, ໝູ່ເກາະ ແຫ່ງບ້ານເກີດເມືອງນອນ - ảnh 1
(ພາບປະກອບ: baomoi.com)

(vovworld) – ​​​ໃນ​ຊຸມ​ມື້​ຜ່ານ​ມາ, ບັນດາ​ການ​ເຄື່ອນ​ໄຫວ​​ເພື່ອ​ຄັດຄ້ານ​​ເລື່ອງຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ສືບ​ຕໍ່​ຖືກ​ຈັດ​ຂຶ້ນ​ຢູ່​ບັນດາ​ນະຄອນ​ຂອງ ຝລັ່ງ ​ແມ່ນ Grenoble ​ແລະ Lyon. ສະມາຄົມ​ນັກ​ສຶກສາ​ຫວຽດນາມ ປະຈຳ​ນະຄອນ Grenobel ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ທີ່​ນີ້ ​ໄດ້ຈັດ​ຕັ້ງ​ການ​ເດີນ​ຂະ​ບວນສັນຕິພາບ​​ເພື່ອ​ຄັດຄ້ານ​ການ​ກະທຳ​ລະ​ເມີດ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບຫວຽດນາມ ຂອງ​ຈີນ, ຮຽກຮ້ອງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງປະຊາ​ຄົມ​ໂລກ ​ແລະ ສະ​ແດງ​ນ້ຳ​ໃຈ​ມຸ່ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.

        ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ແລະ ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນ Lyon ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ” ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາຄວາມ​ຮູ້​ໂດຍ​ພື້ນຖານ​ກ່ຽວ​ກັບ​ອະທິປະ​ໄຕ​ແຫ່ງ​ຊາດ ​ອີງ​ຕາມກົດໝາຍ​ສາກົນ​ຄື ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982 ກໍ່​ຄື​ບັນດາ​ຂໍ້​ມູນ​ທີ່​ແທດ​ຈິ່ງ ​ແລະ ພາ​ວະ​ວິໄສ ກ່ຽວ​ກັບ​​ເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ