ປະ​ຊາ​ຄົ​ມ​ຊາວ ຫ​ວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕ້ອນ​ຮັບ​ບຸນ​ເຕັດ​ປີ​ຊວດ

(VOVWORLD) -ວັນທີ 15 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ຈັດຕັ້ງບຸນເຕັດປະຊາຄົມ - ຕ້ອນຮັບບຸນເຕັດປີຊວດ 2020 ໃນທ່າມກາງບັນຍາກາດທີ່ອົບອຸ່ນເຕັມໄປດ້ວຍນ້ຳໃຈບ້ານເກີດເມືອງນອນ. 
ປະ​ຊາ​ຄົ​ມ​ຊາວ ຫ​ວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕ້ອນ​ຮັບ​ບຸນ​ເຕັດ​ປີ​ຊວດ - ảnh 1

ລາຍການສະແດງສີລະປະ ຂອງ ລູກພະນັກງານ ສະຖານທູດ ຫວຽດນາມ ປະຈຳ ອີຕາລີ (ພາບ: TTXVN)

ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ໄດ້ຫວນຄືນບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ຂອງ ປະເທດຊາດ ໃນປີ 2019, ພ້ອມທັງໄດ້ສົ່ງຄຳຂອບໃຈຕໍ່ການປະກອບສ່ວນຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອີຕາລີ ແລະ ສະແດງຄວາມຫວັງວ່າ ປະຊາຄົມຈະສືບຕໍ່ເປັນຂົວເຊື່ອມຕໍ່ ລະຫວ່າງ ສອງປະເທດຢ່າງມີປະສິດທິຜົນ.

ແລະ ກໍ່ໃນວັນທີ 15 ມັງກອນ, ຢູ່ນະຄອນ Yangon, ທ່ານ ລີ໊ກ໊ວກຕ໊ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ໄດ້ສົມທົບກັບບັນດາວິສາຫະກິດ ແລະ ປະຊາຄົມ ຊາວ ຫວຽດນາມ ຈັດຕັ້ງ ບຸນເຕັດ ປະຊາຄົມ ຕ້ອນຮັບບຸນເຕັດປີຊວດ 2020. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ລີ໊ກ໊ວກຕ໊ວນ ໄດ້ຊີ້ແຈ້ງວ່າ ສະຖານທູດ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ການຮ່ວມມື ແລະ ຮ່ວມເດີນທາງຂອງ ພໍ່ແມ່ພີ່ນ້ອງ ປະຊາຄົມຊາວ ຫວຽດນາມ ແລະ ນັກທຸລະກິດ ຫວຽດນາມ ທີ່ພວມເຮັດວຽກທຳມາຫາກິນ ແລະ ດຳລົງຊີວິດ ຢູ່ ມຽນມາ ເພື່ອປະກອບສ່ວນປະຕິບັດສຳເລັດໜ້າທີ່ໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.

ຕອນຄ່ຳວັນທີ 16 ມັງກອນ, ຢູ່ ນະຄອນຫຼວງ Praha, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ກໍ່ໄດ້ຈັດຕັ້ງບຸນເຕັດປີຊວດ 2020ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ