ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດປະຈຳຊາດ

(VOVWORLD) -ລາຍການໄດ້ວາບພາບບັນຍາກາດບຸນເຕັດເມື່ອກ່ອນ ດ້ວຍຈຸດຄວາມງາມຫຼາຍຢ່າງ, ລວມມີ, ຮ້ານອາຫານຊຸມມື້ບຸນເຕັດ, ຫໍ່ເຂົ້າຕົ້ມ, ປະດັບປະດາຕົ້ນດອກຄາຍ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດປະຈຳຊາດ - ảnh 1ສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຈັດບຸນເຕັດວົງຄະນະຍາດ
(ພາບ: TTXVN)

ວັນທີ 21 ມັງກອນ (ວັນທີ 30 ບຸນເຕັດ), ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ ສົມທົບກັບປະຊາຄົມຊາວ ຫວຽດນາມ ປະຈຳຖິ່ນ ຈັດບຸນເຕັດວົງຄະນະຍາດ - ລະດູບານໃໝ່ປີແມວ, ດ້ວຍຫົວຂໍ້ “ບຸນເຕັດແຫ່ງການເຕົ້າໂຮມ”. ລາຍການໄດ້ວາບພາບບັນຍາກາດບຸນເຕັດເມື່ອກ່ອນ ດ້ວຍຈຸດຄວາມງາມຫຼາຍຢ່າງ, ລວມມີ, ຮ້ານອາຫານຊຸມມື້ບຸນເຕັດ, ຫໍ່ເຂົ້າຕົ້ມ, ປະດັບປະດາຕົ້ນດອກຄາຍ, ຕົ້ນແປ້ນ, ກະກຽມພາເຂົ້າບຸນເຕັດ… ເຖິງວ່າຕ້ອງຫ່າງຈາກບ້ານເກີດເມືອງນອນກໍ່ຕາມ, ແຕ່ທີ່ເຫດການປີນີ້, ພໍ່ແມ່ປະຊາຊົນໄດ້ດຳລົງຊີວິດໃນບັນຍາກາດບຸນເຕັດແຫ່ງບ້ານເກີດເມືອງນອນຢ່າງເບີກບ່ານມ່ວນຊື່ນ, ອົບອຸ່ນ.

ໃນວັນທີ 21 ແລະ 22 ມັງກອນ, ອຳນາດການປົກຄອງນະຄອນ Kobe ແລະ ບັນດາວິສາຫະກິດ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Kobe, ຍີ່ປຸ່ນ, ໄດ້ຈັດງານບຸນລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023 ຢູ່ສວນສາທາລະນະ Meriken ຂຶ້ນກັບເມືອງ Chuo, ນະຄອນ Kobe.

ຢູ່ ສະໂລວາກີ, ວັນທີ 21 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຈັດບຸນເຕັດວົງຄະນະຍາດຢູ່ນະຄອນຫຼວງ Bratislava ແລະ ນະຄອນ Kosice ຂອງ ສະໂລວາກີ ໃນບັນຍາກາດອົບອຸ່ນ, ເບີກບ່ານມ່ວນຊື່ນ ແລະ ເຂັ້ມຂຸ້ນໄປດ້ວຍວັດທະນະທຳທີ່ເປັນມູນເຊື້ອຂອງຊາດ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 20 ມັງກອນ (ວັນທີ 29 ບຸນເຕັດ), ຢູ່ສູນການຄ້າ ຊາປາ, ພໍ່ແມ່ປະຊາຊົນ 500 ຄົນໄດ້ເຂົ້າຮ່ວມ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຕ້ອນຮັບບຸນເຕັດປີແນວ 2023 ໂດຍສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ສົມທົບກັບສະມາຄົມ ຫວຽດນາມ ຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ