ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປີມະເມຍ 2014

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປີມະເມຍ 2014 - ảnh 1
(ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນ​ແມ້ງຮູ່ງ)

(vovworld) – ຕອນ​ຄໍ່າວັນ​ທີ 26/1, ຢູ່​ນະຄອນຫຼວງວຽງຈັນ, ສາ​ຖານ​ທູດ ຫວຽດນາມ ປະຈຳ​ ລາວ ຈັດ​ຕັ້ງງານ​ລາຕີຕ້ອນຮັບບຸນ​ປີ​ໃໝ່ປີ​ມະ​ເມຍ 2014. ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແມ້ງຮູ່ງ​​ ໄດ້ທົບ​ທວນຄືນບາງ​ຈຸດ​ພົ້ນເດັ່ນກ່ຽວກັບ​ເສດຖະກິດ - ສັງຄົມ ຫວຽດນາມ​ໃນ​ປີ 2013,​ ​ໂດຍຊີ້​ແຈ້ງວ່າ​ພື້ນຖານ​ເສດຖະກິດ​ໄດ້​ຜ່ານ​ຜ່າ​ໄລຍະ​ທີ່ຫຍູ້​ງຍາກ​ແລ້ວ, ສາມາດບັນລຸ​ໄດ້​ລະດັບ​ການ​ເຕີບ​ໂຕ 5,4% ​ແລະ ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບຄຸມ​. ທ່ານ​ເອອັກຄະ​ລັດຖະທູດ ຫງວຽນ​ແມ້ງຮູ່ງ ສະ​ແດງ​ຄວາມ​ເບີກບານ​ໃຈ​ຕໍ່ໜ້າການ​ພັດທະນາ​ຂອງ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ທີ່​ນັບ​ມື້ນັບ​ເລິ​ກ​ເຊິ່ງກວ່າ​ອີກ,​ ​ໃນ​ນັ້ນວົງ​ເງິນ​ການ​ຄ້າ​ລະຫວ່າງສອງ​ປະ​ເທດ​ບັນລຸ​ໄດ້ກວ່າ 1 ຕື້ USD. ທ່ານ ຮ່ວາງ​ວັນ​ເຄືອງ,​ ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ສະ​ແດງ​ຄວາມ​ໃນ​ໃຈວ່າ:

   “ ຄວາ​ມ​ເບີກບານ​ໃຈ ​ແລະ ​ເພິ່ງ​ພໍ​ໃຈ​ທີ່​ສຸດ​ແມ່ນ​ປະຊາ​ຄົມ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຍາມ​ໃດ​ກໍ່ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ ຫວຽດນາມ. ສິ່ງ​ນີ້​ແມ່ນປະ​ເສີດ​ສຳລັບ​ພວກ​ຂ້າພະ​ເຈົ້າ, ພວກ​ຂ້າພະ​ເຈົ້າຢາກ​​ແນະນຳໃຫ້​ພວກ​ລູກຫຼານ​ຮັບ​ຊາບວ່າເຖີງວ່າ​ຈະ​ຢູ່​ໃສກໍ່ຕາມ,​ ລັດຖະບານ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖີງຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ​ເຮົາ​ຕ້ອງເຮັດ​ແນວ​ໃດ​ເພື່ອຕອບ​ແທນ​ຕໍ່​ນ້ຳ​ໃຈ​ຂອງບ້ານ​ເກີດ​ເມືອງ​ນອນ​ຂອງຕົນ.”

   ​ໃນ​ວັນ​ດຽວກັນ,​ ຕອນ​ຄໍ່າ​ວັນ​ທີ 26/1, ສາ​ຖານ​ທູດ ຫວຽດນາມ ປະຈຳ ລາຊາ​ອະນາ​ຈັກ ອັງກິດ ​ແລະ ອາຍ​ແລນ ​ເໜືອສົມທົບ​ກັບ​ສະມາຄົມ​ຊາວ​ ຫວຽດນາມ ​ແລະ ສະມາຄົມນັກ​ສຶກສາ ຫວຽດນາມ ຢູ່ ອັງກິດ ຈັດຕັ້ງການ​ເຄື່ອນ​ໄຫວຕ້ອນບຸນຮັບ​ ປີ​ໃໝ່ປີ​ມະ​ເມຍ 2014. ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ປະຈຳລາຊາ​ອະນາ​ຈັກ ອັງກິດ ​ແລະ ອາຍ​ແລນ ​ເໜືອ ອວຍພອນ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ ອັງກິດ ​ໃຫ້ນັບ​ມື້ນັບ​ເຕີບ​​ໃຫຍ່​ເຂັ້ມ​ແຂງ, ສາມັກ​ຄີ,​ ວັດ​ຖະນາ​ຖາວອນ,​ ​ເປີດ​ກວ້າງ​ສະມາຊິກ ​ແລະ ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ອວາຍໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນຫຼາຍກວ່າ​ອີກ,​ ອວຍພອນ​ໃຫ້​ບັນດາ​ນັກ​ສຶກສາ​ຮໍ່າຮຽນ​ໃຫ້​ບັນລຸໝາກຜົນ​ດີ​ເດັ່ນ, ປະກອບ​​ເຫື່ອ​ແຮງຂອງ​ຕົນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດໃນ​ອະນາຄົດ.

  ສ່ວນ​ຢູ່ Tel Aviv, ຕອນ​ຄໍ່າ​ວັນ​ທີ 26/1,​ ສາ​ຖານ​ທູດ ຫວຽດນາມ ປະຈຳ ອິດສຣາ​ແອນ ຈັດຕັ້ງງານ​ພົບ​ປະ​ສ້າງສັນ​ຕ້ອນຮັບບຸນປີ​ໃໝ່ປີ​ມະ​ເມຍ 2014, ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະຊາຊົນ​, ນັກ​ຮຽນ ​ແລະ ຄົນ​ງານ ຫວຽດນາມ ຢູ່ ອິດສຣາ​ແອນ ຢ່າງຫຼວງຫຼາຍ.
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປີມະເມຍ 2014 - ảnh 2
ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ອາເມລິກາ ຖະຫວາຍທູບທຽນແທນບູຊາແຫ່ງຊາດ

ຢູ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ດີ​ຊີ, ​ໃນ​ຕອນ​ຄຳ່​ວັນ​ທີ 26/1, ສະຖານທູດ ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນຮັບ​ບຸນ​ເຕັດ​ໃຫ້​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​​ເກື່ອງ ​ໄດ້​ທົບ​ທວນຄືນ​ບັນດາ​ຜົນງານ​ທີ່​ປະ​ເທດ​ບັນລຸ​ໄດ້​ໃນ​ປີ 2013 ​ແລະ ຢືນຢັນ​ວ່າ ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ ຄ່ອຍ​ໆ​ເປັນ​ປົກກະຕິ, ​​ເຕີບ​ໂຕ​ສູງ​ກ່ວາ ​ແລະ ​ໄພ​ເງິນ​ເຟີ້​ຕຳ່​ກ່ວາປີ 2012.​.​.

        ​ແລະ​ກໍ່​ໃນວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​​ໃຫ້ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ມາ​ເລ​ເຊຍ ຫງວຽນ​ຮົ່ງທາວ ​ໄດ້​ທົບ​ທວນຄືນ​ບັນດາ​ເຫດການ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ທາງ​ການ​ທູ​ດລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໃນ​ປີຜ່ານມາ. ​​ເມື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ນີ້, ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ ​ໄດ້​ຮັບ​ປະທານ​ອາຫານ ​ເຊິ່ງ​ແມ່ນ​ອາຫານ​ພື້ນ​ເມືອງ​ໃນ​ບຸນ​ເຕັດ ຫວຽດນາມ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສີ​ລະ​ປະ​ຕ່າງໆ.

        ຕອນ​ຄຳ່​ວັນ​ທີ 26/1, ສະຖານທູດ ຫວຽດນາມ ປະຈຳ ສ. ​ເຊັກ ສົມທົບ​ກັບ​ສະມາຄົມ​ຊາວ ຫວຽດນາມ ອາ​ໄສ ຢູ່​ເຊັກ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ ບຸ​ນ​ເຕັດ​​ຢູ່​ສູນ​ການ​ຄ້າ ຊາ​ປາ. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈ​ຳ ​ເຊັກ ​ເຈືອງ​ແມ້ງ​ເຊີນ ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ວິວັ​​ດທະ​ນາ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງຄົມ​ຢູ່ປະ​ເທດ​ປະຈຳ​ຖີ່​ນ ​ແລະ ພັດທະນາ​ກາຍເປັນ​ໜຶ່ງ​ໃນ​ບັນ​ດາ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃຫຍ່​ກ່ວາ​ໝູ່​ຢູ່ ​ເອີ​ລົບ ຕາ​ເວັນ​ອອກ ​ໃນ​ປະຈຸ​ບັນ, ພິ​ເສດ ລັດ​ຖະບານ ​ເຊັກ ​ໄດ້​ຮັບ​ຮູ້​ເປັນ​ຊົນ​ເຜົ່າ​ທີ 14 ຂອງ​ ສ. ​ເຊັກ.

ຂ່າວ/ບົດ​ອື່ນ