ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນ “ສ້າງເຈື່ອງຊາເປັນສີຂຽວ”

(VOVWORLD) - ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບໃຫຍ່ໂຕເຂັ້ມແຂງ ແລະ ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ປະເທດຊາດ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນ “ສ້າງເຈື່ອງຊາເປັນສີຂຽວ” - ảnh 1ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ມອບຈຳນວນເງິນ 1,55 ຕື້ດົ່ງ ໂດຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສະໜັບສະໜູນໃນລາຍການ
(ພາບ: UBNVNONN)

        ວັນທີ 30 ມັງກອນ, ຢູ່ນະຄອນ ຫາຍຟ່ອງ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມ, ນຳໂດຍທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ, ຫົວໜ້າຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໄດ້ມາຢ້ຽມຢາມ ແລະ ອວຍພອນການນຳ, ຜູ້ບັນຊາການ, ພະນັກງານ, ນັກຮົບກອງບັນຊາການກອງທັບເຮືອ, ເນື່ອງໃນໂອກາດລະດູບານໃໝ່ປີມະໂລງ 2024.

        ເມື່ອແຈ້ງໃຫ້ຊາບກ່ຽວກັບສະພາບປະຊາສົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບໃຫຍ່ໂຕເຂັ້ມແຂງ ແລະ ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ປະເທດຊາດ, ໃນນັ້ນ, ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍກ່ຽວຂ້ອງເຖິງ ເຈື່ອງຊາ ແລະ ຮ້ານເຈາະນ້ຳມັນ DK 1. ເນື່ອງໃນໂອກາດນີ້, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ມອບຈຳນວນເງິນ 1,55 ຕື້ດົ່ງ (63.000 USD) ໂດຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສະໜັບສະໜູນໃນລາຍການ “ສ້າງ ເຈື່ອງຊາ ເປັນສີຂຽວ” ໂດຍເຫຼົ່າທັບເຮືອປຸກລະດົມໃນປີ 2023. ນອກຈາກບັນດາປະກອບສ່ວນດ້ານວັດຖຸແລ້ວ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍັງໄດ້ປະກອບສ່ວນດ້ານຈິດໃຈທີ່ບັນລຸປະສິທິຜົນ, ແທດຈິງໃຫ້ແກ່ວຽກງານໂຄສະນາ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດໃນຫຼາຍປີຜ່ານມາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ