ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19

(VOVWORLD) -ກອງທຶນ ວັກຊິນ ປ້ອງກັນຕ້ານໂລກລະບາດໂຄວິດ 19 ປະຈຸບັນ ໄດ້ຮັບການຕອບສະຫນອງໃຫຍ່ຫລວງຢູ່ ຝລັ່ງ ແລະໃນວົງຄະນາຍາດຊາວຫວຽດນາມ ອາໄສ ຢູ່ຝລັ່ງ ກໍ່ຄືເພື່ອນມິດຂອງຫວຽດນາມ ຢູ່ ຝລັ່ງ. 
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 - ảnh 1ຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ຝລັ່ງ ມອບເງິນຊ່ວຍກອງທຶນວັກຊິນກັນໂຄວິດ - 19ໃຫ້ແກ່ທ່ານເອກອັກຄະລັດຖະທູດ ດິງຕວານທັງ

ວັນທີ 25 ມິຖຸນາ ຢູ່ສຳນັກງານ ສະຖານທູດຫວຽດນາມປະຈຳ ຝລັ່ງ, ຜູ້ຕາງຫນ້າສະມາຄົມຊາວຫວຽດນາມອາໄສຢູ່ ຝລັ່ງ, ສະມາຄົມມິດຕະພາບ ຫວຽດນາມ ຝລັ່ງ ພ້ອມກັບຫລາຍອົງການ ສ່ວນບຸກຄົນຊາວຫວຽດນາມອາໄສຢູ່ ຝລັ່ງ ໄດ້ມອບເງິນສົດ ຈຳນວນເງິນ 20.000 ເອີໂຣ ສະຫນັບສະຫນູນ ກອງທຶນ ວັກຊິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ຝລັ່ງ ດີງຕວານທັງ  ຮັບຮູ້ບັນດາອາລົມຈິດຄວາມຮັກແພງ ຄວາມສະຫນິດຕິດພັນຂອງປະຊາຄົມຊາວຫວຽດນາມ ຢູ່ ຝລັ່ງ ກໍ່ຄື ບັນດາເພື່ອນມິດ ຝລັ່ງ ທີ່ມີຕໍ່ ປະເທດຊາດ ແລະຊາວຫວຽດນາມ.

“ອາດເວົ້າໄດ້ວ່າ ກອງທຶນ ວັກຊິນ ປ້ອງກັນຕ້ານໂລກລະບາດໂຄວິດ 19 ປະຈຸບັນ ໄດ້ຮັບການຕອບສະຫນອງໃຫຍ່ຫລວງຢູ່ ຝລັ່ງ ແລະໃນວົງຄະນາຍາດຊາວຫວຽດນາມ ອາໄສ ຢູ່ຝລັ່ງ ກໍ່ຄືເພື່ອນມິດຂອງຫວຽດນາມ ຢູ່ ຝລັ່ງ. ຂ້າພະເຈົ້າຄິດວ່າ ການເຄື່ອນໄຫວນີ້ ຈະສືບຕໍ່ດຳເນີນໃນໄລຍະຈະມາເຖິງ”

ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນນະຄອນຫລວງ ວຽງຈັນ ໂດຍທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນ ວຽງຈັນ ນຳຫນ້າ ໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອມອບຈຳນວນເງິນ 30.000 USD ເພື່ອໃຫ້ອຳນາດການປົກຄອງ ແລະປະຊາຊົນນະຄອນຫລວງ ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19. ໄລ່ມາຮອດປະຈຸບັນສະຖານທູດ ຫວຽດນາມປະຈຳ ລາວ ໄດ້ຮັບຈຳນວນເງິນ 1,3 ລ້ານ USD ຂອງບັນດາອົງການ, ສ່ວນບຸກຄົນຢູ່ລາວ, ໃນນັ້ນ 500.000 USD ແມ່ນວັດຖຸ ອຸປະກອນການແພດ ເຄື່ອງປ້ອງກັນຕ້ານໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ