ປະຊາຄົມຊາວ ຫວຽດນາມ ໃນທົ່ວໂລກຕ້ອນຮັບ “ບຸນເຕັດແຫ່ງການເຕົ້າໂຮມ”

(VOVWORLD) -   ຢູ່ Pardubice, ສ. ເຊັກໂກ, ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້ໄດ້ຈັດຕັ້ງງານລາຕີ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018. 
ປະຊາຄົມຊາວ ຫວຽດນາມ ໃນທົ່ວໂລກຕ້ອນຮັບ “ບຸນເຕັດແຫ່ງການເຕົ້າໂຮມ” - ảnh 1 ການສະແດງສິລະປະຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ມາເກົາ

ໂດຍພ້ອມກັບບັນຍາກາດຕ້ອນຮັບບຸນເຕັດ ຂອງພໍ່ແມ່ປະຊາຊົນຢູ່ທຸກແຖບຖິ່ນໃນໂລກ, ສະຖານທູດ ຫວຽດນາມ ປະຈຳ ບັງກະລາເທດ ຫາກໍ່ຈັດຕັ້ງການພົບປະສັງສັນ “ບຸນເຕັດແຫ່ງການເຕົ້າໂຮມ” ສຳລັບປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ ຢູ່ ບັງກະລາເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈີ່ນວັນຄວາ, ເນັ້ນໜັກວ່າ ລາຍການແມ່ນຂົວເຊື່ອມຕໍ່ລະຫວ່າງພໍ່ແມ່ປະຊາຊົນກັບ ບ້ານເກີດເມືອງນອນ, ຮັດແໜ້ນນ້ຳໃຈຂອງຊາວ ຫວຽດ ທີ່ຢູ່ຫ່າງໄກບ້ານເກີດເມືອງນອນ ແລະ ປະເທດຊາດ.

        ຢູ່ Pardubice, ສ. ເຊັກໂກ, ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້ໄດ້ຈັດຕັ້ງງານລາຕີ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນພົບປະ, ແບ່ງປັນບົດຮຽນໃນການຄ້າຂາຍ ແລະ ໃນຊີວິດການເປັນຢູ່ ແລະ ຫວນຄືນເຖິງມູນເຊື້ອຂອງຊາດ. ເອື້ອຍ ດັ້ງທິງອັກຮວາ, ປະຈຸບັນພວມດຳເລົງຊີວິດຢູ່ Pardubice, ແບ່ງປັນວ່າ:

        “ເມື່ອບຸນເຕັດວຽນມາ, ພໍ່ແມ່ປະຊາຊົນດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນລ້ວນແຕ່ໄດ້ຄິດເຖິງບຸນປີໃໝ່ປະຈຳຊາດຂອງຊາດຕົນຍ້ອນມີເຂົ້າຕົ້ມ ແລະ ຮີດຄອງປະເພນີໃນບຸນເຕັດຂອງຊາວ ຫວຽດນາມ, ຕົວຢ່າງຄື: ແຈກອັ່ງເປົ່າໃຫ້ພວກຫຼານນ້ອຍ. ບັນດາຜູ້ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນໃຜໆກໍ່ຢາກພົບປະກັນໃນໂອກາດນີ້ເພື່ອທົບທວນຄືນຄວາມງາມທີ່ເປັນມູນເຊື້ອຂອງຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ