ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງວ່າ ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ 14 ຂອງ ສະ​ໂລ​ວາ​ກີ

(VOVWORLD) - ໄລ່ຮອດປັດຈຸບັນ, ມີຊາວ ຫວຽດນາມປະມານ 7.000 ຄົນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະໂລວາກີ.
ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງວ່າ ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ 14 ຂອງ ສະ​ໂລ​ວາ​ກີ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ຫງວຽນຕວັນ (ພາບ: VOV)

ວັນທີ 7 ມິຖຸນາ, ລັດຖະບານ ສະໂລວາກີ ໄດ້ຮັບຮອງວ່າປະຊາຄົມຊາວ ຫວຽດນາມ ເປັນປະຊາຄົມຊາວເຜົ່າສ່ວນໜ້ອຍທີ 14 ຂອງປະເທດນີ້ ຢ່າງເປັນທາງການ. ສິ່ງດັ່ງກ່າວ ແມ່ນອີງໃສ່ຂໍ້ສະເໜີແນະຂອງສະພາລັດຖະບານ ສະໂລວາກີ ກ່ຽວກັບສິດທິມະນຸດ, ຊົນເຜົ່າສ່ວນໜ້ອຍ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ ພາຍຫຼັງທີ່ຕອບສະໜອງໄດ້ມາດຕະຖານກ່ຽວກັບດ້ານຈໍານວນ, ໄລຍະເວລາດຳລົງຊີວິດ ແລະ ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນໄດ້ຢ່າງເລິກເຊິ່ງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ຫງວຽນຕວັນ ແບ່ງປັນວ່າ:

        “ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສະໂລວາກີ ໄດ້ພະຍາຍາມຜ່ານຫຼາຍຍຸກສະໄໝ ແລະ ຄວາມຫຍຸ້ງຍາກພາວະວິໄສຈຳນວນໜຶ່ງ ແຕ່ພິເສດແມ່ນຢູ່ນະຄອນແຫ່ງໜຶ່ງຂອງ ສະໂລວາກີ ໄດ້ຮັບຮອງເອົາປະຊາຄົມຊາວ ຫວຽດນາມ ເປັນຊົນເຜົ່າສ່ວນໜ້ອຍ; ບົນພື້ນຖານນັ້ນ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະໂລວາກີ ໄດ້ປະກອບເອກະສານເພີ່ມເຕີມ ເພື່ອພິສູດຕໍ່ເລື່ອງປະຊາຄົມຊາວ ຫວຽດນາມ ໄດ້ດຳລົງຊີວິດຢູ່ ສະໂລວາກີ ມາເປັນເວລາຫຼາຍສິບປີແລ້ວ. ຮອດທ້າຍເດືອນສິງຫາ 2022, ສະຖາບັນບັນດິດ ສະໂລວາກີ ຈຶ່ງຍົກອອກເອກະສານທີ່ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ໄດ້ດຳລົງຊີວິດຢູ່ປະເທດນີ້ມາແຕ່ດົນນານ. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບຮອງເອົາປະຊາຄົມຊາວ ຫວຽດນາມ ກາຍເປັນຊົນເຜົ່າສ່ວນໜ້ອຍທີ 14 ຂອງ ສະໂລວາກີ”.

        ຄາດວ່າ ໄລ່ຮອດປັດຈຸບັນ, ມີຊາວ ຫວຽດນາມປະມານ 7.000 ຄົນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະໂລວາກີ.

        ຫາຍດັງ, ນັກຂ່າວ VOV ປະຈຳ ສ.ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ