ປະຊາຄົມຊາວຫວຽດນາມ ອາໄສຢູ່ Angola ແລະ Cyprus ໂຮມຊຸມນູມ ມິດຕິງ ຄັດຄ້ານຈີນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ Angola ແລະ Cyprus ໂຮມຊຸມນູມ ມິດຕິງ ຄັດຄ້ານຈີນ - ảnh 1
ປະຊາ​ຄົມ​ຊາວ​ຫວຽດນາມ​ ທີ່​ພວມ​ອາ​ໄສ ​ແລະ ເຮັດ​ວຽກຢູ່ ສ.Cyprus
 ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນ​ເພື່ອ​ຄັດຄ້ານ​ຈີນ
(ພາບ: vietnamplus.vn)


(vovworld) – ວັນ​ທີ 18/05, ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່ Angola ​ໄດ້​ຈັດພິທີໂຮມ​ຊຸມ​ນູມ​ມິດ​ຕິງ ​ຢູ່ Luanda ​ເພື່ອ​ຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຜູກຂາດ, ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແລະ ​ໄດ້​ຈັດການ​​ແຜ່ບໍລິຈາກ​ວັດຖຸ, ​ເງິນ​ທຶນ​ໃຫ້​​ຕຳຫຼວດ​ທະ​ເລ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຟ້າມວັນ​ດຶກ, ຜູ້​ຮັກສາການ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່ Angola ຊີ້​ແຈ້ງວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ Angola ຄັດຄ້ານ ​ແລະ ຮຽກຮ້ອງ​ຈີນ​ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ພ້ອມ​ກັບ​ບັນດາກຳ​ປັ່ນ​ປ້ອງ​ກັນ, ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳ​ທີ່ຄ້າຍຄື​ກັນ​ໃນ​ເຂດ​ເສດຖະກິດ​ຜູກຂາດ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໃນ​ອະນາຄົດ. ປະຊາ​ຄົມ​ຊາວ​ຫວຽດນາມ ຮຽກຮ້ອງ​ຈີນ ປະຕິບັດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ. ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ Angola ກໍ່ຮຽກຮ້ອງ​ໃຫ້​ປະຊາຊົນ​ຈີນ ​ເວົ້າ​ລວມ, ປະຊາ​ຄົມ​ຊາວ​ຈີນ ອາ​ໄສ​ຢູ່ Angola ​​ແລະ ບັນດາ​ປະ​ເທດ​ອາ​ຟລິ​ກາ ເວົ້າ​ສະ​ເພາະ ພ້ອມ​ກັບ​ປະຊາຊົນ​ຫວຽດນາມ ມີ​ບັນດາ​ມາດ​ຕະການ​​ເພື່ອ​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ທີ່​ອາດ​ສົ່ງຜົນ​ກະທົບ​ອັນ​ຫຍໍ້​ທໍ້ຈາກ​ຝ່າຍ​ຈີນ, ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ​ມາ​ແຕ່​ດົນ​ນານ​ລະຫວ່າງປະຊາຊົນ 2 ປະ​ເທດ​ຫວຽດນາມ - ຈີນ ຖືກ​ຜົນ​ສະທ້ອນ. ​​

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ປະຊາ​ຄົມ​ຊາວ​ຫວຽດນາມ​ ທີ່​ພວມ​ອາ​ໄສ ​ແລະ ເຮັດ​ວຽກຢູ່ ສ.Cyprus ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນ​ເພື່ອ​ຄັດຄ້ານ​ຈີນ. ການ​​ເດີນ​ຂະ​ບວນດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກວ່າ 1.000 ຄົນ ພ້ອມ​ກັບ​ຊາວ​ຟີ​ລິບ​ປີນ ​ໄດ້​ເຕົ້າ​ໂຮມ​ຢູ່​ຕໍ່ໜ້າ​ສະຖານທູດ​ຈີນ, ຮ້ອງ​ໂຮ​່ຄຳ​ຂວັນຄັດຄ້ານ​ການ​ກະທຳ​ພຽງ​ຝ່າຍ​ດ່ຽວ​ຂອງ​ອຳນາດ​ການ​ປົກຄອງ​ປັກ​ກິ​ງ ​ທີ່ກໍ່​ຜົນ​ສະທ້ອນ​ທີ່​ບໍ່​ດີ​ເຖິງ​ສັນຕິພາບ, ຄວາມ​ສະ​ງົບ​ປອດ​ໄພ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ