ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຊື່ອ​ໝັ້ນ​ຕໍ່​ຜົນ​​ສຳ​ເລັດຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂ​ອງ​ພັກ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ເຊິ່ງຈະດຳເນີນຢູ່ຮ່າໂນ້ຍ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ກຳປູເຈຍລ້ວນແຕ່ຢັ້ງຢືນ ແລະ ເຊື່ອໝັ້ນຕໍ່ບົດບາດນຳພາຂອງພັກໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ.
ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູ​ເຈຍ ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຊື່ອ​ໝັ້ນ​ຕໍ່​ຜົນ​​ສຳ​ເລັດຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂ​ອງ​ພັກ - ảnh 1ທ່ານ ຫງວຽນແທັງຢຸງ, ປະທານສະໂມສອນວິສາຫະກິດຫວຽດນາມ ປະຈຳ ກຳປູເຈຍ, ຜູ້ອຳນວຍການ ທະນາຄານ Aribank ສາຂາປະຈຳຢູ່ ກຳປູເຈຍ 

ທ່ານ ຫງວຽນແທັງຢຸງ, ປະທານສະໂມສອນວິສາຫະກິດຫວຽດນາມ ປະຈຳ ກຳປູເຈຍ, ຜູ້ອຳນວຍການ ທະນາຄານ Aribank ສາຂາປະຈຳຢູ່ ກຳປູເຈຍ ໄດ້ແບ່ງປັນວ່າ ບັນດາວິສາຫະກິດຫວຽດນາມ ປະຈຳ ກຳປູເຈຍ ຍາມໃດກໍ່ຕິດຕາມແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ, ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ. ພິເສດແມ່ນໃນປີ 2020, ຫວຽດນາມແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ບັນລຸການເຕີບໂຕເປັນບວກ ຍ້ອນຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ທ່ານ ກ່າວວ່າ:

        ເຖິງວ່າບັນດາວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວຢູ່ພາຍໃນປະເທດ ຫຼືຢູ່ ຕ່າງປະເທດ ກໍ່ລ້ວນແຕ່ຮູ້ສຶກດີໃຈ  ກັບຜົນງານເຊິ່ງປະເທດເຮົາບັນລຸໄດ້ໃນ 5 ປີຜ່ານມາ, ພິເສດແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງປີ 2020 ພວກເຮົາຍັງຮັກສາໄດ້ການເຕີບໂຕ ແລະ ບັນລຸໄດ້ຜົນງານທີ່ຍິ່ງໃຫຍ່. ສິ່ງພິເສດ ເຊິ່ງພວກຂ້າພະເຈົ້າເຫັນໄດ້ນັ້ນ ແມ່ນພາຍໃຕ້ການ ນຳພາອັນສະຫຼາດສ່ອງໃສຂອງພັກ, ການບໍລິຫານທີ່ມີຫົວຄິດປະດິດສ້າງທີ່ສຸດ ຂອງລັດຖະບານ ໄດ້ພາໃຫ້ປະເທດຊາດ ຫວຽດນາມພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ນັບມື້ນັບອີ່ມໜຳສຳລານກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ