ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຄັດຄ້ານຈີນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຄັດຄ້ານຈີນ  - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 12/07, ຢູ່ Hague, ປະ​ເທດ​ໂຮ​ນລັງ, ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ ຢູ່​ໂຮ​ນລັງ ​ແລະ ປະຊາ​ຄົມຊາວ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ເດີນຂະ​ບວນຄັດຄ້ານ​ຈີນ. ນີ​ແມ່ນ​ຄັ້ງ​ທີ 2, ທີ່ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໂຮ​ນລັງ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ດັ່ງກ່າວນັບ​ແຕ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຄະນະ​​ເດີນ​ຂະ​ບວນຮຽກຮ້ອງ​ໃຫ້​ຈີນ ຈົ່ງ​ເຄົາລົບ​ສົນທິສັນຍາກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະ​ຫະປະຊາ​ຊາດ, ຖອນ​ຮ້ານ​ເຈາະ​ນ້ຳ​ມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຄະນະ​ຊາວ​ຫວຽດນາມ ກໍ່​ແຈກ​ຢາຍ​​ໃບ​ປິວກວ່າ 500 ​ໃບ ທີ່​ກ່າວ​ປະນາມ​ບັນດາ​ການ​ກະທຳລ່ວງລ້ຳ​ຂອງ​ຈີນ, ຢັ້ງຢືນ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ຂອງ​ຫວຽດນາມ. ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນກໍ່​ໄດ້​ລົງ​ລາຍ​ເຊັນ​ໃສ່​ໃບ​ຄຳ​ຮ້ອງ​ຄັດຄ້ານ​ຈີນ, ສົ່ງ​ເຖິງ​ສະຖານທູດ​ຈີນ ປະຈຳ​ໂຮນລັງ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ມີ​ຊາວ​ຫວຽດນາມ ກວ່າ 200 ຄົນທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ ​ແລະ ​ເຮັດ​ວຽກ​ຢູ່ Hiroshima ​ແລະ ບັນດາ​ແຂວງ​ໃຫ້​ຄຽງ, ​ເພື່ອນ​ມິດ​ຍີ່ປຸ່ນ, ຟີ​ລິບ​ປີນ, ​ໄທ ທີ່​ຮັກຫອມ​ສັນຕິພາບ ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນສັນຕິພາບ​ເພື່ອ​ຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຊາວ​ຫວຽດນາມ ​ແລະ ​ເພື່ອ​ມມິດ​ສາກົນ​ໄດ້​ຮ້ອງ​ໂຮ​່ບັນດາຄຳ​ຂວັນຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນໄຮ​ຢາງ 981 ອອກ​ຈາກເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ສະ​ເໜີ​ໃຫ​້ຈີນ ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແລະ ກົດ​ໝາຍ​ສາກົນ; ກ່າວ​ປະນາມ​ບັນດາ​ການ​ກະທຳ​ທີ່​ບັງອາດຂອງ​ກຳ​ປັ່ນ​ຈີນ ຕໍາ​ກຳ​ປັ່ນ​ຂອງ​ຫວຽດນາມ ​ໃຫ້​ຈົມ​ນ້ຳ ​ແລະ ​ເຮັດ​ໃຫ້​ກຳ​ປັ່ນ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ ຖືກ​ເປ່​ເພ. ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ສະ​ນັບ​ສະ​ໜູນ​ຈຳນວນ​ເງິນ 15 ລ້ານ​ດົງ​ໃຫ້​ບັນດາ​ຄອບຄົວ​ເຈົ້າ​ຂອງ​ກຳ​ປັ່ນ​ຢູ່​ດ່າ​ນັ້ງ ຖືກ​ກຳ​ປັ່ນ​ຂອງ​ຈີນ ຕຳ​​ໃຫ້ຈົມ​ນ້ຳ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 13/07 ຢູ່​ນະ​ຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຈັດ​ພິທີ​ພາວະນາ​ຂໍ​ໃຫ້​ປະ​ເທດ​ຫວຽດນາມ ຄົບ​ຖ້ວນ​ໄປ​ດ້ວຍ​ພືນ​ແຜ່ນດິນ ​ແລະ ອະທິປະ​ໄຕ. ພາຍຫຼັງ​ພິທີ​ພາວະນາ, ທຸກ​ຄົນ​ໄດ້​ສະໜັບສະໜູນ​​ເງິນ​ໃຫ້ຊາວ​ປະມົງ, ກຳລັງ​ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາການ​ປະມົງ.

ຂ່າວ/ບົດ​ອື່ນ