ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັດຄ້ານການກະທຳຂອງຈີນ ບົນທະເລຕາເວັນອອກ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັດຄ້ານການກະທຳຂອງຈີນ ບົນທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) – ຢູ່​ນະຄອນຫຼວງ Bucaret, ສະພາ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຣູມາ​ນີ ຫາ​ກໍ່​ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ເພື່ອ​ຄັດຄ້ານ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​​ເຂດ​​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຣູມານີ ສະ​​ແດງ​ຄວາມ​ເຫັນ​ດີ, ສະໜັບສະໜູນ​ຫຼັກ​ໝັ້ນ​ອັນ​ຖືກຕ້ອງ, ​ເດັດ​ດຽວ​ຂອງ​ພັກ ​ແລະ ລັດ ສຳລັບ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ​ຂອງ​ຝ່າຍ​ຈີນ. ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຣູມາ​ນີ ​ໄດ້​ອອກ​ຖະ​ແຫຼ​ງການ​​ໂດຍ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ເຂດ​​ໄຫຼ່​ທະວີ​ບຂອງ​ຫວຽດນາມ.

        ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ Auckland, ນິວຊີ​ແລນ, ນັກ​ສຶກສາ​ຫວຽດນາມ ທີ່ພວມ​ຮໍ່າຮຽນຢູ່​ທີ່ນີ້​ກໍ່​ຈັດຕັ້ງການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຈີນ ​ນຳ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​​ເລິກ​ໃນເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​​ເຂດ​​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ຄະນະ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຍົກ​ປ້າຍ​ຄຳ​ຂວັນ​​ເປັນ​ພາສາ​ຫວຽດນາມ, ພາສາ​ຈີນ ​ແລະ ພາສາ​ອັງກິດ ດ້ວຍ​ເນື້ອ​ໃນ​ຄື: ຈີນ​ ຈົ່ງຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ຢຸດ​ຕິ​ທຸກການ​ເຄື່ອນ​ໄຫວທີ່​ຄ້າຍຄື​ກັນ​ຢູ່​ເຂດ​ທະ​ເລ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເຄົາລົບ​ກົດໝາຍ​ສາກົນ, ສະໜັບ​ສະ​ໜູນ​ຫວຽດນາມ ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເຂດ​ນ່ານທະ​ເລ.

ຂ່າວ/ບົດ​ອື່ນ