ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ

(VOVWORLD) -ຢູ່ວັດ ເຟີດຕິ໊ກ - ນະຄອນຫຼວງວຽງຈັນ ໄດ້ຈັດພິທີສວດມົນພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.
ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ - ảnh 1(ພິທີສວດມົນພາວະນາ)

ຕອນເຊົ້າວັນທີ 26 ກຸມພາ, ຢູ່ວັດ ເຟີດຕິ໊ກ - ນະຄອນຫຼວງວຽງຈັນ ໄດ້ຈັດພິທີສວດມົນພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ, ພ້ອມກັບພໍແມ່ຊາວຫວຽດນາມ ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ບັນດາພຸດທະສາສະນິກກະຊົນ ແລະ ພໍແມ່ຊາວຫວຽດນາມ ອາໄສຢູ່ລາວໄດ້ຖະຫວາຍທູບທຽນ, ດອກໄມ້ ແລະ ປະຕິບັດພິທີສວດມົນພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ ດ້ວຍຄວາມຫວັງ ກ້າວເຂົ້າສູ່ປີໃໝ່ ປີສະຫຼູ 2021, ທຸກຄົນຈະປະສົບສິ່ງໂຊກດີ, ຄອບຄົວມີຄວາມເບີກບ່ານມ່ວນຊື່ນ, ສະຫງົບສຸກ, ໂລກລະບາດຫາຍໄປ, ປະເທດມີຄວາມສະຫງົບງຽບ ແລະ ພັດທະນາ ເພື່ອໃຫ້ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ. ເນື່ອງໃນໂອກາດນີ້, ໂດຍຜ່ານວັດ, ບັນດາຜູ້ໃຈບຸນໃຈກຸສົນໄດ້ມອບຂອງຂວັນ 150 ພູດໃຫ້ຜູ້ທຸກຍາກທີ່ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ